
ໂດຍການຮ່ວມມືກັບ Green Discovery Laos, ວັງສະຫງວນຊ້າງວັງວຽງ ແລະ ຟາມປອດສານພິດ, ຣີເວີໄຊ ບູຕິກຣີສອດ ກຳລັງເຮັດໃຫ້ແຂກທ່ອງທ່ຽວມີເມນູການທ່ອງທ່ຽວແບບອະນຸລັກໃນວັງວຽງ. ກິດຈະກຳດັ່ງກ່າວມີຕັ້ງແຕ່ການໄປທ່ຽວຊົມປ່າສະຫງວນຊ້າງວັງວຽງ, ເໝາະສຳລັບແຂກທຸກເພດທຸກໄວ, ຂີ່ເຮືອຄາຍັກ ແລະ ທ່ຽວປີນໜ້າຜາຮ້ອນ ເພື່ອແນໃສ່ນັກທ່ອງທ່ຽວທີ່ມັກກິລາ.
Riverside Boutique Resort ແຂກສາມາດຈອງກິດຈະກໍາເຫຼົ່ານີ້ຜ່ານໂຮງແຮມດ້ວຍສ່ວນຫຼຸດພິເສດຕັ້ງແຕ່ 5 ຫາ 15% ຫຼາຍກວ່າອັດຕາຕົວແທນປົກກະຕິ. ແນະນຳໃຫ້ຈອງກ່ອນໃນຊ່ວງລະດູຮ້ອນ.

ການຂີ່ລົດຖີບ & ການສໍາຫຼວດຖໍ້າ
ການເດີນທາງພາຍໃນມື້ນໍາສະເໜີການສໍາຫຼວດທີ່ມີຫຼາຍທາງເລືອກ ແລະ ມີກິດຈະກໍາກິລາໃນເຂດວັງວຽງ, ຄວາມສຸກທີ່ແທ້ຈິງສໍາລັບຄົນທີ່ມັກການຂີ່ລົດຖີບ! ຂີ່ລົດຖີບພູເຂົາທ່າມກາງທົ່ງນາ ແລະ ໄປຕາມເສັ້ນທາງທີ່ມີດິນປຽກກ່ອນຈະຮອດທ້ອງຖິ່ນທີ່ສູງ ທີ່ທ່ານສາມາດຍ່າງຊົມຖໍ້າ “ປູຄໍາ” ຊຶ່ງເປັນຖໍ້າສັກສິດ.

ຄົ້ນພົບວັງວຽງ
ເຄິ່ງມື້ ຫຼື ມື້ເຕັມຂອງທົວຍ່າງປ່າຈະພາທ່ານໄປຊື່ນຊົມບັນດາຖໍ້າຫຼາກຫຼາຍແຫ່ງໃນເຂດທີ່ອ້ອມຮອບວັງວຽງ ແລະ ເຮັດໃຫ້ທ່ານຕື່ນເຕັ້ນກັບຄວາມຮູ້ສຶກແຫ່ງການສໍາຫຼວດຖໍ້າຕ່າງໆ! ຮັບໂອກາດອັນມະຫັດສະຈັນທີ່ຈະພົບ ແລະ ລົມກັບປະຊາຊົນທ້ອງຖິ່ນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບວິຖີຊີວິດປະຈໍາວັນຂອງພວກເຂົາ. ສໍາລັບທົວມື້ເຕັມ, ພາຍເຮືອຕາມແມ່ນໍ້າຊອງຕະຫຼອດມື້.

ຊົ່ວໂມງຮຽນເຮັດອາຫານຢູ່ຟາມອໍການິກ
ກິດຈະກໍາເຄິ່ງມື້ດັ່ງກ່າວນີ້ສໍາລັບບຸກຄົນທີ່ຕ້ອງການຄົ້ນພົບການແຕ່ງກິນອາຫານລາວ ແລະ ຮຽນຮູ້ວິທີທີ່ຄົນລາວນໍາໃຊ້ວັດຖຸດິບທໍາມະຊາດສໍາລັບການແຕ່ງກິນ ແລະ ຮຽນຮູ້ວິທີດັ້ງເດີມສໍາລັບການປູກພືດ ແລະ ລ້ຽງສັດ.

ບອນລູນ ເທິງ ເມືອງ ວັງວຽງ
ຜະຍອງເທິງບັນດາພູເຂົາອັນງາມຂອງວັງວຽງ! ກິດຈະກໍາດັ່ງກ່າວນີ້ເລີ່ມກ່ອນຕາເວັນຂຶ້ນ, ຖ້າວ່າສະພາບອາກາດເອື້ອອໍານວຍ – ກິດຈະກໍາດັ່ງກ່າວນີ້ບໍ່ສາມາດດໍາເນີນໃນຊ່ວງລະດູລົມມໍລະສຸມ (ເດືອນພຶດສະພາ (5) ຫາ ເດືອນຕຸລາ (10). ຜູ້ຢ້ຽມຢາມສາມາດຊື່ນຊົມທິວທັດອັນເປັນເອກະລັກຈາກສະຖານທີ່ຂອງກະຕ່າບອນລູນ.

ປະສົບການວັງວຽງ
ທົວເຄິ່ງມື້ ຫຼື ໜຶ່ງມື້ ລວບລວມບັນດາກິດຈະກໍາທັງໝົດທີ່ວັງວຽງມີຊື່ສຽງ, ລວມທັງການພາຍເຮືອ (kayaking) ຕາມແມ່ນໍ້າຊອງທີ່ອ້ອມດ້ວຍພູເຂົາສູງໆ, ຊຶ່ງສາມາດສໍາຫຼວດທິວທັດທີ່ສວຍງາມ ແລະ ຖໍ້າຫີນປູນທີ່ມະຫັດສະຈັນ, ແລະ ລອຍນໍ້າໃນນໍ້າບໍ່ໃສສະອາດ.

ປີນພູເຂົາ
ບັນດາຄົນທີ່ມັກປີນພູເຂົາຕັ້ງແຕ່ລະດັບມືອາຊີບຮອດລະດັບເລີ່ມຕົ້ນໃໝ່ຈະຊື່ນຊົມຄວາມຫຼາກຫຼາຍຂອງການປີນພູເຂົາ, ຕັ້ງແຕ່ລະດັບໂລກຮອດວັງວຽງທີ່ລຽບງ່າຍ! ມີອຸປະກອນທັນສະໄໝພ້ອມ ແລະ ບັນດາຜູ້ສອນມືອາຊີບຈະແນະນໍາຈຸດເລີ່ມຕົ້ນສໍາລັບຜູ້ເລີ່ມປີນພູເຂົາມືໃໝ່ ແລະ ຜູ້ທີ່ປີນພູເຂົາລະດັບສູງກໍ່ຈະມີກິດຈະກໍາທ້າທາຍຄືກັນ!