ການຂີ່ລົດຖີບ & ການສໍາຫຼວດຖໍ້າ

ການຂີ່ລົດຖີບ & ການສໍາຫຼວດຖໍ້າ

ປັ່ນລົດຖີບພູເຂົາຜ່ານທົ່ງນາ ແລະ ຂ້າມແມ່ນໍ້າທ່າມກາງທິວທັດພູເຂົາຫີນປູນ ຜ່ານໝູ່ບ້ານຕາມແຄມແມ່ນໍ້າຂວງ ໄປເຖິງຍອດເຂົາສູງເຖິງ 1,400 ມ!

ລະ​ດັບ​ຄວາມ​ຫຍຸ້ງ​ຍາກ: difficulty

ໂປຼແກມທົວເຕັມວັນ: ວັງວຽງ > ຖໍ້າພູຄໍາ > ໂພນໄຊ > ບ້ານ ນາທອງໃຕ້ > ວັງວຽງ

ອອກຈາກວັງວຽງ ແລ້ວຂ້າມແມ່ນໍ້າຊອງຜ່ານສະພານໄມ້ໄຜ່ ກ່ອນເລີ່ມຕົ້ນວັນໃໝ່ດ້ວຍການສໍາຫຼວດຖໍ້າທີ່ແປກທີ່ສຸດຂອງປະເທດລາວ ນັ້ນຄື ‘ຖໍ້າພູຄໍາ’ ທີ່ກໍາລັງລໍຖ້າທ່ານຢູ່ພ້ອມຄວາມມ່ວນຊື່ນຕື່ນເຕັ້ນທີ່ຈັດເຕັມ ໂດຍເລີ່ມການເດີນທາງດ້ວຍລົດຖີບພູເຂົາ ຊຶ່ງລວມໄລຍະທາງປະມານ 26 ກມ. ຜ່ານສາຍພູນໍ້າຊອງ ແລະ ສາຍພູເຂົາວັງວຽງ.

ຫຼັງຈາກໄປເຖິງດ້ານໄກຂອງສັນເຂົາແລ້ວການເດີນປ່າທີ່ສູງຈະນໍາໄປສູ່ຖໍ້າພູຄໍາ. ເມື່ອມາເຖິງດ້ານໄກຂອງສັນເຂົາແລ້ວ ທ່ານໄດ້ມາເຖິງປາກທາງເຂົ້າຖໍ້າພູຄໍາ ທີ່ມີທາງເດີນອັນເຊື່ອງໄວ້ ແລະ ເຕັມໄປດ້ວຍຫີນງອກຫີນຍ້ອຍຢ່າງບໍ່ມີທີ່ສິ້ນສຸດ, ຍັງມີທະເລສາບໃຕ້ດິນພາຍໃນນໍ້າ, ບໍ່ນໍ້າເລິກ ແລະ ປ່ອງໄຟສູງເຖິງ 80 ແມັດ! ຕໍ່ດ້ວຍການເດີນໄປທາງຕາເວັນຕົກເລື້ອຍໆ ເມື່ອເຮົາເດີນຕາມຮ່ອມພູແຄບໆ ຈະພົບກັບຫ້ວຍຊານຕາມດ້ວຍ “ຜາແດງ” ດ້ານຂວາມື.

ທ່ານອາດຈະຕ້ອງຂົນຍ້າຍລົດຖີບດ້ວຍຕົວເອງເປັນບາງໄລຍະ ເພື່ອຂ້າມພື້ນຂີ້ຕົມ ໂດຍຂຶ້ນຢູ່ກັບລະດູການນັ້ນ. ຈາກນັ້ນເດີນທາງໄປເຖິງບ້ານໂພນໄຊ ຊຶ່ງເປັນໝູ່ບ້ານທໍາອິດທີ່ຕັ້ງຢູ່ແຄມຝັ່ງນໍ້າຂວງ.

ໃນຂະນະນັ້ນ, ຖະໜົນຈະເປັນເສັ້ນຕົງ ແລ້ວໃຫ້ສືບຕໍ່ໄປທາງທິດໃຕ້ຫຼັງແມ່ນໍ້າຂວງ; ຈົນເຖິງຈະພົບທາງແຍກໃນບ້ານນາທອງໃຕ້ ຊຶ່ງເປັນຈຸດເຊື່ອມກັບສະພານນໍ້າຊອງ ທີ່ຈະພາເຮົາກັບໄປທີ່ວັງວຽງ ເພື່ອໄປຈິບເຄື່ອງດື່ມຍາມຕາເວັນຕົກຢູ່ແຄມແມ່ນໍ້າຊຶ່ງຖືວ່າເປັນການສິ້ນສຸດການຜະຈົນໄພໃນການຂີ່ລົດຖີບຄັ້ງຍິ່ງໃຫຍ່ນີ້.

ຂໍ້ມູນ
ເວລາເລີ່ມຕົ້ນ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 8:00 ໂມງ
ເວລາສິ້ນສຸດ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 16:00 ໂມງ
ລະດັບຄວາມລຳບາກຂອງເສັ້ນທາງໃນການຂີ່ລົດຖີບ ລະດັບ 2-3 ງ່າຍ
ລະດັບຄວາມລຳບາກຂອງເສັ້ນທາງໃນການຍ່າງຊົມຖ້ຳ ລະດັບ 2 - ງ່າຍ
ກິດຈະກຳ ຂີ່ລົດຖີບ ແລະ ຍ່າງຊົມຖ້ຳ
ສິ່ງທີ່ຄວນກະກຽມ ໄຟສາຍ, ໝວກ, ຄຣີມກັນແດດ, ເກີບພ້ອມປຽກນ້ຳ, ເຄື່ອງສຳລັບອາບນ້ຳ ແລະ ນ້ຳດື່ມ
ສິ່ງທີ່ລວມຢູ່ ລົດຖີບເສືອພູເຂົາ, ພະນັກງານນຳທ່ຽວທີ່ສື່ສານພາສາອັງກິດໄດ້, ອາຫານທ່ຽງ, ປີ້ຂ້າມຂົວ ແລະ ເຂົ້າຖ້ຳ

ຕາຕະລາງລາຄາ

ໄລຍະເວລາ ລາຄາຕໍ່ບຸກຄົນ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມກັບພາຫະນະ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມລົດຕູ້
1234
ການຂີ່ລົດຖີບ & ການສໍາຫຼວດຖໍ້າ ປະສົບການວັງວຽງ $62 $45 $38 $33 $32 -
ແບບຟອມການຈອງກິດຈະກຳ

ແບບຟອມການຈອງກິດຈະກຳ

ຄ່າບໍລິການການລ່ອງບອລລູນນີ້ຈະຖືກຮຽກເກັບພ້ອມກັບຄ່າທີ່ພັກຂອງເຈົ້າ ຊຶ່ງສາມາດເບິ່ງໄດ້ຕາມລາຍລະອຽດຂອງນະໂຍບາຍການຍົກເລີກດັ່ງຕໍ່ໄປນີ້:

  • ຈອງກ່ອນການເດີນທາງໜ້ອຍກວ່າ 15 ວັນ: ຈະຖືກຮຽກເກັບ 50% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 07 ວັນ: ຈະຖືກຮຽກເກັບ 80% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 03 ວັນ ຫຼື ບໍ່ປະກົດຕົວ: ຈະຖືກຮຽກເກັບ 100% ຂອງຄ່າເດີນທາງ