ບອນລູນ ເທິງ ເມືອງ ວັງວຽງ

ບອນລູນ ເທິງ ເມືອງ ວັງວຽງ

ເຈົ້າກໍາລັງຫາປະສົບການການຊົມທິວທັດເມືອງວັງວຽງແບບຕື່ນເຕັ້ນທີ່ສຸດບໍ? ມາທາງນີ້ເລີຍ! ເພາະວ່າການບໍລິການບອລລູນ ‘Above Laos’ ຈະພາເຈົ້າບິນເທິງບັນດາພູເຂົາຢ່າງເປັນເອກະລັກ. ບອລລູນຂອງທາງເຮົານັ້ນມີຄວາມປອດໄພສູງ ແລະ ເປັນກິດຈະກໍາສະບາຍໆ ແລະ ທີ່ບໍ່ຈໍາກັດລະດັບການຟິດເນັດຂອງບັນດາຜູ້ໂດຍສານ. ເຈົ້າພຽງແຕ່ຕ້ອງສາມາດປີນຂຶ້ນທີ່ກະຕ່າບອລລູນ ແລະ ສາມາດຢືນຊົມທິວທັດປະມານ 1 ຊົ່ວໂມງ. ເຖິງຢ່າງໃດກໍຕາມ, ສໍາລັບບັນດາແມ່ຍິງຖືພາ ຫຼື ບຸກຄົນທີ່ມີບັນຫາທາງລະບົບຫົວໃຈຈະບໍ່ໄດ້ຮັບອະນຸຍາດໃນກິດຈະກໍານີ້ ແລະ ສໍາລັບບຸກຄົນທີ່ມີເງື່ອນໄຂອື່ນໆ ຫຼື ອາການອື່ນໆ ກ່ຽວກັບສຸຂະພາບ ເຊັ່ນ ບັນຫາຫົວເຂົ່າ, ປວດຫຼັງ, ວິນຫົວ, … ກະລຸນາແຈ້ງໃຫ້ເຈົ້າໜ້າທີ່ຜູ້ດູແລບອລລູນຮັບຮູ້ລ່ວງໜ້າ.

ລະ​ດັບ​ຄວາມ​ຫຍຸ້ງ​ຍາກ: difficulty

ໂປແກຼມຊັນໄຮສ໌: ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ > ຈຸດປ່ອຍບອລລູນ > ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ

ທະຍານຂຶ້ນເທິງພູເຂົາອັນງົດງາມຂອງດິນແດນວັງວຽງ! ກິດຈະກໍາດັ່ງກ່າວນີ້ເລີ່ມໃນທຸກໆຕອນເຊົ້າກ່ອນຕາເວັນຂຶ້ນ, ໂດຍອີງຕາມສະພາບຂອງອາກາດ – ຊຶ່ງບໍ່ສາມາດດໍາເນີນ ກິດຈະກໍານີ້ໃນຊ່ວງລະດູຝົນ. ບັນດາຜູ້ທ່ອງທ່ຽວສາມາດຊື່ນຊົມທິວທັດທີ່ເປັນເອກະລັກຈາກມູມສຸດຕື່ນເຕັ້ນໄດ້ຈາກກະຕ່າບອລລູນນັ້ນເອງ. ‘Above Laos’ ຈະພາເຈົ້າທະຍານຂຶ້ນເຖິງເມືອງວັງວຽງໃນໄລຍະເວລາ 45 ນາທີ ດ້ວຍລະບົບຄວາມປອດໄພສູງສຸດ ແລະ ສະດວກສະບາຍທີ່ສຸດ.

ທາງເຮົາຈະໄປຮັບເຈົ້າຕັ້ງແຕ່ຕອນເຊົ້າຮັບຈາກໂຮງແຮມ ຣີສອດ ບູຕິກ ລີເວີຊາຍ ເພື່ອພາເຈົ້າໄປໂດຍກົງເຖິງຈຸດປ່ອຍບອລລູນ – ຊຶ່ງເຈົ້າບໍ່ຈໍາເປັນຕ້ອງລຸກແຕ່ເຊົ້າ ແລ້ວເສຍເວລາຂັບລົດໄປດ້ວຍຕົນເອງ! ດັ່ງນັ້ນ, ພຽງແຕ່ກຽມໂຕພ້ອມສໍາລັບການຜະຈົນໄພທີ່ປະທັບໃຈໄດ້ ແລະ ທີ່ລື່ມບໍ່ໄດ້!

ເຈົ້າຈະໄດ້ຮັບບໍລິການອາຫານຫວ່າງກ່ອນທີ່ບອລລູນຈະທະຍານຂຶ້ນ ແລະ ໃນຂະນະດຽວກັນເຈົ້າໜ້າທີ່ຜູ້ດູແລການລ່ອງບອລລູນຈະໃຫ້ການບັນຍາຍລາຍລະອຽດຄວາມປອດໄພໃຫ້ແກ່ເຈົ້າ. ແລະ ເມື່ອບອລລູນໄດ້ຂຶ້ນນັ້ນ, ເຈົ້າຈະໄດ້ຮັບປະສົບການທີ່ມະຫັດສະຈັນ: ທິວທັດຕອນເຊົ້າຂອງເມືອງວັງວຽງທີ່ສຸດຕື່ນຕາ, ພູເຂົາທີ່ສວຍງາມ, ແລະ ທິວທັດມະຫັດສະຈັນ. ເປັນປະສົບການທີ່ໜ້າຕື່ນເຕັ້ນ.

ຂະນະທີ່ບອລລູນໄດ້ລົງຈອດ, ເຈົ້າຈະໄດ້ຮັບບໍລິການອາຫານເຊົ້້າ ພ້ອມວາຍສປາຣ໌ກິ້ງ ເພື່ອເປັນການຊົມເຊີຍປະສົບການທີ່ສໍາເລັດນີ້ ກ່ອນທີ່ຈະຂັບລົດກັບໄປທີ່ພັກໃນໂຮງແຮມ ຣີສອດ ບູຕິກ ລີເວີຊາຍ.

‘Above Laos’ ຖືກສ້າງຂຶ້ນໂດຍມີເປົ້າໝາຍເພື່ອສົ່ງມອບການຜະຈົນໄພທີ່ສົມບູນແບບໃຫ້ເຈົ້າ ໂດຍເຮົາຈະກໍານົດມາດຕະຖານຄວາມປອດໄພ ແລະ ຄຸນນະພາບລະດັບສູງດ້ວຍບອລລູນສັ່ງຕົງຈາກປະເທດຝລັ່ງທີ່ໄດ້ຮັບການດູແລຢ່າງໃກ້ສິດໂດຍນັກບິນມືອາຊີບລະດັບສາກົນ, ເຈົ້າໜ້າທີ່ຜູ້ເອົາໃຈໃສ່ ແລະການປະຕິບັດຕາມກົດລະບຽບການບິນຂອງພະນັກງານທີ່ກ່ຽວຂ້ອງ.

ຂໍ້ມູນ
ອອກຈາກ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ຕອນເວລາ 5:45 ໂມງ
ກັບໄປທີ່ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ
ໄລຍະເວລາບິນ 30 ນາທີ ຫາ 60 ນາທີ ຂຶ້ນຢູ່ກັບສະພາບອາກາດ
ກິດຈະກຳ ຂີ່ບອລລູນ
ບໍລິການຮັບສົ່ງດ້ວຍ ລົດຕູ້ - ບໍ່ເກີນ 8 ທ່ານ
ສິ່ງທີ່ຄວນກະກຽມ ເຄື່ອງນຸ່ງຖືທີ່ສວມໃສ່ສະບາຍ, ໂສ້ງຂາຍາວ, ເກີບໃສ່ກາງແຈ້ງ, ຄຣີມກັນແດດ
ສິ່ງທີ່ລວມຢູ່ ບໍລິການຮັບສົ່ງ, ອາຫານວ່າງ, ທ່ຽວບີນຂອງບອລລູນ

ຕາຕະລາງລາຄາ

ໄລຍະເວລາ ລາຄາຕໍ່ບຸກຄົນ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມກັບພາຫະນະ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມລົດຕູ້
1234
ບອນລູນ ເທິງ ເມືອງ ວັງວຽງ 30-60 ນາທີ (ຜູ້ໃຫຍ່) $135 $135 $135 $135
ບອນລູນ ເທິງ ເມືອງ ວັງວຽງ 30-60 ນາທີ (ເດັກອາຍຸ 5 ຫາ 12 ປີ) $70 $70 $70 $70

ຂໍ້ມູນເພີ່ມເຕີມ : ບອນລູນ ເທິງ ເມືອງ ວັງວຽງ

ແບບຟອມການຈອງກິດຈະກຳ

ແບບຟອມການຈອງກິດຈະກຳ

ຄ່າບໍລິການການລ່ອງບອລລູນນີ້ຈະຖືກຮຽກເກັບພ້ອມກັບຄ່າທີ່ພັກຂອງເຈົ້າ ຊຶ່ງສາມາດເບິ່ງໄດ້ຕາມລາຍລະອຽດຂອງນະໂຍບາຍການຍົກເລີກດັ່ງຕໍ່ໄປນີ້:

  • ຈອງກ່ອນການເດີນທາງໜ້ອຍກວ່າ 15 ວັນ: ຈະຖືກຮຽກເກັບ 50% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 07 ວັນ: ຈະຖືກຮຽກເກັບ 80% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 03 ວັນ ຫຼື ບໍ່ປະກົດຕົວ: ຈະຖືກຮຽກເກັບ 100% ຂອງຄ່າເດີນທາງ