ຄົ້ນພົບວັງວຽງ

ຄົ້ນພົບວັງວຽງ

ທົວເຄິ່ງວັນ ຫຼື ໜຶ່ງວັນນີ້ ຈະພາທ່ານໄປຍັງສະຖານທີ່ຕ່າງໆຂອງວັງວຽງ ແລະ ໃຫ້ທ່ານໄດ້ສໍາພັດກັບຄວາມຕື່ນເຕັ້ນຈາກປະສົບການການສໍາຫຼວດຖໍ້າ ພ້ອມຮັບຂໍ້ມູນເລິກກ່ຽວກັບວິຖີຊີວິດຂອງຊາວລາວ ແລະ ຖ້າຫາກທ່ານເລືອກທົວແບບເຕັມວັນ, ທ່ານຍັງຈະໄດ້ພາຍເຮືອກາຍັກໄປຕາມແມ່ນໍ້າຊອງອັນສວຍງາມອີກດ້ວຍ.

ລະ​ດັບ​ຄວາມ​ຫຍຸ້ງ​ຍາກ: difficulty

ໂປຼແກມທົວເຄິ່ງວັນ: ວັງວຽງ > ຖໍ້າຊ້າງ > ຖໍ້າຫອຍ > ຖໍ້ານໍ້າ > ຜາທ້າວ > ວັງວຽງ

ຫ່າງຈາກວັງວຽງໄປທາງທິດເໜືອພຽງ 14 ກມ. ທ່ານຈະພົບກັບຖໍ້າຊ້າງທີ່ໜ້າດຶງດູດຢູ່ແຄມຝັ່ງແມ່ນໍ້າຊອງ ຊຶ່່ງເປັນທີ່ຕັ້ງຂອງວັດທາງພຸດທະສາສາໜາທີ່ສໍາຄັນ ໂດຍມີຊື່ຕາມລັກສະນະຫີນປູນທີ່ໂດດເດັ່ນພາຍໃນຖໍ້າ.

ຕໍ່ໄປ, ເຮົາມຸ່ງໜ້າໄປທີ່ຖໍ້າຫອຍ ທີ່ຢູ່ໃກ້ໆ ຊຶ່ງນໍາເຂົ້າໄປໃນພູເຂົາ ໂດຍໃຊ້ເວລາປະມານ 45 ນາທີ ໂດຍເດີນສໍາຫຼວດໄປຕາມຊ່ອງແຄບຫີນປູນ ໂດຍທ່ານຍັງຈະໄດ້ສໍາຫຼວດຖໍ້າລູບ໌ ແລະ ຫີນງອກຫີນຍ້ອຍທີ່ໜ້າປະທັບໃຈກ່ອນເດີນທາງຕໍ່ໄປຍັງຖໍ້ານໍ້າ.

ທີ່ຖໍ້ານໍ້ານີ້, ຈະມີສະນໍ້າພຸເຢັນທີ່ປາກຖໍ້າ ໂດຍເປັນສະຖານທີ່ທີ່ຍອດຢ້ຽມໃນການເຊົາຮ້ອນ ຊຶ່ງທ່ານສາມາດລົງລອຍນໍ້າໄດ້ ແລະ ໃນລະດູແລ້ງນໍ້າຈະໃສຫຼາຍ!

ຫຼັງຈາກນັ້ນ, ກໍ່ຕໍ່ການເດີນທາງອີກ 2 ກມ. ໄປຍັງໝູ່ບ້ານຜາທ້າວ ເປັນທີ່ພັກອາໄສຂອງຊົນເຜົ່າມົ້ງ ຜ່ານນາເຂົ້າ ແລະ ສວນຜັກທີ່ໜ້າປະທັບໃຈ. ເມື່ອເດີນທາງມາເຖິງໝູ່ບ້ານຈະມີລົດຮັບສົ່ງກັບວັງວຽງທີ່ຖ້າໄວ້ຢູ່ແລ້ວ.

ໂປຼແກມທົວເຕັມວັນ: ວັງວຽງ > ຖໍ້າຊ້າງ > ຖໍ້າຫອຍ > ຖໍ້ານໍ້າ > ຜາທ້າວ > ວັງວຽງ

ຫ່າງຈາກວັງວຽງໄປທາງທິດເໜືອພຽງ 14 ກມ. ທ່ານຈະພົບກັບຖໍ້າຊ້າງທີ່ໜ້າດຶງດູດຢູ່ແຄມຝັ່ງແມ່ນໍ້າຊອງ ຊຶ່່ງເປັນທີ່ຕັ້ງຂອງວັດທາງພຸດທະສາສາໜາທີ່ສໍາຄັນ ໂດຍມີຊື່ຕາມລັກສະນະຫີນປູນທີ່ໂດດເດັ່ນພາຍໃນຖໍ້າ.

ຕໍ່ໄປ, ເຮົາມຸ່ງໜ້າໄປທີ່ຖໍ້າຫອຍ ທີ່ຢູ່ໃກ້ໆ ຊຶ່ງນໍາເຂົ້າໄປໃນພູເຂົາ ໂດຍໃຊ້ເວລາປະມານ 45 ນາທີ ໂດຍເດີນສໍາຫຼວດໄປຕາມຊ່ອງແຄບຫີນປູນ ໂດຍທ່ານຍັງຈະໄດ້ສໍາຫຼວດຖໍ້າລູບ໌ ແລະ ຫີນງອກຫີນຍ້ອຍທີ່ໜ້າປະທັບໃຈກ່ອນເດີນທາງຕໍ່ໄປຍັງຖໍ້ານໍ້າ.

ທີ່ຖໍ້ານໍ້ານີ້, ຈະມີສະນໍ້າພຸເຢັນທີ່ປາກຖໍ້າ ໂດຍເປັນສະຖານທີ່ທີ່ຍອດຢ້ຽມໃນການເຊົາຮ້ອນ ຊຶ່ງທ່ານສາມາດລົງລອຍນໍ້າໄດ້ ແລະ ໃນລະດູແລ້ງນໍ້າຈະໃສຫຼາຍ!

ຫຼັງຈາກນັ້ນ, ກໍ່ຕໍ່ການເດີນທາງອີກ 2 ກມ. ໄປຍັງໝູ່ບ້ານຜາທ້າວ ເປັນທີ່ພັກອາໄສຂອງຊົນເຜົ່າມົ້ງ ຜ່ານນາເຂົ້າ ແລະ ສວນຜັກທີ່ໜ້າປະທັບໃຈ.

ຕອນບ່າຍ ທ່ານຈະໄດ້ເລີ່ມການເດີນທາງກັບວັງວຽງດ້ວຍເຮືອກາຍັກ. ໄລຍະເວລາໃນການພາຍເຮືອກາຍັກຂຶ້ນຢູ່ກັບລະດັບນໍ້າຊອງໃນວັນນັ້ນ. ເຕັມທີ່ໄປກັບການພາຍເຮືອໄປຕາມແມ່ນໍ້າຊອງຜ່ານສາກວິຖີຊີວິດຊົນນະບົດອັນງົດງາມ ແລະ ທິວທັດພູເຂົາຫີນປູນທີ່ເປັນເອກະລັກ.

ຂໍ້ມູນ
ເວລາເລີ່ມຕົ້ນ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 9:30 ໂມງ
ເວລາສິ້ນສຸດ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 12:30 ໂມງ ຫຼື 17:00 ໂມງ
ໄລຍະເວລາທັງໝົດ ເຄິ່ງມື້ ຫຼື ເຕັມມື້
ກິດຈະກຳ ເດີນປ່າ, ຍ່າງຊົມຖ້ຳ, ລອຍນ້ຳ + ພາຍເຮືອຄາຢັກສຳລັບທົວຣ໌ເຕັມມື້
ລະດັບຄວາມລຳບາກໃນການຍ່າງຊົມຖ້ຳ ລະດັບ 2 - ງ່າຍ
ລະດັບຄວາມລຳບາກໃນການພາຍເຮືອ ລະດັບ 1 - ງ່າຍ
ບໍລິການຮັບສົ່ງດ້ວຍ ລົດສອງແຖວແບບສ່ວນຕົວ
ສິ່ງທີ່ຄວນກະກຽມ ໝວກ, ຄຣີມກັນແດດ, ເຄື່ອງນຸ່ງ / ເກີບພ້ອມປຽກນ້ຳ, ຢາກັນຍຸງ, ເຄື່ອງສຳລັບອາບນ້ຳ
ສິ່ງທີ່ລວມຢູ່ ນ້ຳດື່ມ, ເຈົ້າໜ້າທີ່ນຳທ່ຽວທີ່ສື່ສານພາສາອັງກິດໄດ້, ບໍລິການຮັບສົ່ງ (+ ອາຫານສຳລັບການເດີນທາງແບບເຕັມມື້ເທົ່ານັ້ນ)

ຕາຕະລາງລາຄາ

ໄລຍະເວລາ ລາຄາຕໍ່ບຸກຄົນ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມກັບພາຫະນະ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມລົດຕູ້
1234
ຄົ້ນພົບວັງວຽງ ເຄິ່ງມື້ $73 $43 $33 $29 $32 -
ຄົ້ນພົບວັງວຽງ ເຕັມມື້ $125 $68 $51 $48 $48 -
ແບບຟອມການຈອງກິດຈະກຳ

ແບບຟອມການຈອງກິດຈະກຳ

ຄ່າບໍລິການການລ່ອງບອລລູນນີ້ຈະຖືກຮຽກເກັບພ້ອມກັບຄ່າທີ່ພັກຂອງເຈົ້າ ຊຶ່ງສາມາດເບິ່ງໄດ້ຕາມລາຍລະອຽດຂອງນະໂຍບາຍການຍົກເລີກດັ່ງຕໍ່ໄປນີ້:

  • ຈອງກ່ອນການເດີນທາງໜ້ອຍກວ່າ 15 ວັນ: ຈະຖືກຮຽກເກັບ 50% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 07 ວັນ: ຈະຖືກຮຽກເກັບ 80% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 03 ວັນ ຫຼື ບໍ່ປະກົດຕົວ: ຈະຖືກຮຽກເກັບ 100% ຂອງຄ່າເດີນທາງ