ຊົ່ວໂມງຮຽນເຮັດອາຫານຢູ່ຟາມອໍການິກ

ຊົ່ວໂມງຮຽນເຮັດອາຫານຢູ່ຟາມອໍການິກ

ກິດຈະກໍາເຄິ່ງວັນນີ້ເໝາະສົມສໍາລັບນັກເດີນທາງທີ່ຕ້ອງການຮຽນຮູ້ການເຮັດອາຫານລາວ ແລະ ຮຽນຮູ້ວ່າຄົນລາວໃຊ້ວັດຖຸຈາກທໍາມະຊາດແນວໃດ ລວມໄປເຖິງວິທີການແບບດັ້ງເດີມໃນການປູກພືດ ແລະ ລ້ຽງສັດອີກດ້ວຍ.

ລະ​ດັບ​ຄວາມ​ຫຍຸ້ງ​ຍາກ: difficulty

ໂປຼແກມທົວເຄິ່ງວັນ: ວັງວຽງ > ອໍການິກຟາມ > ວັງວຽງ

ເວລາ 8 ໂມງ 30 ຕອນເຊົ້າ, ເຮົາຈະພາທ່ານໄປອໍການິກຟາມທີ່ຕັ້ງຢູ່ໃນໝູ່ບ້ານພູດິນແດງ, ຫ່າງຈາກວັງວຽງໄປທາງທິດເໜືອປະມານ 4 ກມ. ດ້ວຍເຮືອຈາກໂຮງແຮມ ຣີສອດ ບູຕິກ ລີເວີຊາຍ.

ຫຼັງຈາກໄດ້ຮັບເຄື່ອງດື່ມຕ້ອນຮັບ, ທ່ານສາມາດເຂົ້າຊົມອໍການິກຟາມ ຊຶ່ງເປັນສູນກາງສໍາລັບການປູກຝັງລ້ຽງສັດ ທີ່ມີການຜະລິດຕົ້ນມ່ອນອໍການິກ ພ້ອມດ້ວຍໝາກໄມ້ອໍການິກ, ຜັກ, ສັດປີກ, ແລະ ຊິສແກະ ອີກດ້ວຍ.

ຈາກນັ້ນທ່ານຈະໄດ້ຮຽນຮູ້ກ່ຽວກັບສ່ວນປະສົມ ແລະ ລົດຊາດຕ່າງໆທີ່ເຮັດໃຫ້ອາຫານລາວມີຄວາມພິເສດ ຕາມດ້ວຍການຈັດຕຽມອາຫານລາວຫຼາກຫຼາຍ ເມນູ ໂດຍໃຊ້ຜະລິດຕະພັນອໍການິກທີ່ທ່ານເປັນຄົນເລືອກດ້ວຍຕົວເອງ.

ນີ້ຄືຕົວຢ່າງອາຫານທີ່ທ່ານອາດຈະໄດ້ລອງ ໂດຍຂຶ້ນກັບລະດູການນັ້ນ, ລວມເຖິງ: ເທມປຸຣະໃບມ່ອນ (ສະເພາະໃນຟາມອໍການິກ), ແຈ່ວໝາກເຂືອ ຫຼື ແຈ່ວເຫັດ, ແກງໜໍ່ໄມ້ ຫຼື ແກງຜັກແບບລາວເດີມ – ແກງຂຽວຫວານ, ແລະ ອື່ນໆ.

ສ່ວນອາຫານທ່ຽງນັ້ນ ຈະເສີບທີ່ຮ້ານອາຫານອໍການິກຟາມ ຊຶ່ງທ່ານຈະມີໂອກາດໃນການຈັດຫາຂອງທີ່ລະນຶກໃນທ້ອງຖິ່ນຊຶ່ງສະໜັບສະໜູນການພັດທະນາຊຸມຊົນ.

ຈາກນັ້ນ, ທ່ານຈະເດີນທາງກັບດ້ວຍລົດຕຸກໆໄປເຖິງໂຮງແຮມ ຣີສອດ ບູຕິກ ລີເວີຊາຍ ໃນຊ່ວງບ່າຍ ເພື່ອພັກຜ່ອນ ແລະ ໃຊ້ເວລາສ່ວນຕົວທີ່ສະລອຍນໍ້າ.

ຂໍ້ມູນ
ເວລາເລີ່ມຕົ້ນ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 8:00 ໂມງ
ເວລາສິ້ນສຸດ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 13:30 ໂມງ
ບໍລິການຮັບສົ່ງດ້ວຍ ເຮືອທ້ອງຖິ່ນ ແລະ ລົດຕຸ໋ກຕຸ໋ກ
ກິດຈະກຳ ບໍລິການຮັບສົ່ງທາງເຮືອ ແລະ ລົດຕຸ໋ກຕຸ໋ກ, ການຮຽນເຮັດອາຫານ
ສິ່ງທີ່ຄວນກະກຽມ ໝວກ, ຄຣີມກັນແດດ
ສິ່ງທີ່ລວມຢູ່ ບໍລິການຮັບສົ່ງ, ນ້ຳດື່ມ ແລະ ນ້ຳອັດລົມ, ອາຫານທ່ຽງ ແລະ ໝາກໄມ້

ຕາຕະລາງລາຄາ

ໄລຍະເວລາ ລາຄາຕໍ່ບຸກຄົນ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມກັບພາຫະນະ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມລົດຕູ້
1234
ຊົ່ວໂມງຮຽນເຮັດອາຫານຢູ່ຟາມອໍການິກ ເຄິ່ງມື້ $90 $50 $45 $35 - -
ແບບຟອມການຈອງກິດຈະກຳ

ແບບຟອມການຈອງກິດຈະກຳ

ຄ່າບໍລິການການລ່ອງບອລລູນນີ້ຈະຖືກຮຽກເກັບພ້ອມກັບຄ່າທີ່ພັກຂອງເຈົ້າ ຊຶ່ງສາມາດເບິ່ງໄດ້ຕາມລາຍລະອຽດຂອງນະໂຍບາຍການຍົກເລີກດັ່ງຕໍ່ໄປນີ້:

  • ຈອງກ່ອນການເດີນທາງໜ້ອຍກວ່າ 15 ວັນ: ຈະຖືກຮຽກເກັບ 50% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 07 ວັນ: ຈະຖືກຮຽກເກັບ 80% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 03 ວັນ ຫຼື ບໍ່ປະກົດຕົວ: ຈະຖືກຮຽກເກັບ 100% ຂອງຄ່າເດີນທາງ