ແພັກເກັດສະປາທີດເມ້ນ

ຣີເວີໄຊ ຊີກເນີເຈີ ໂຈເນ (180 ນາທີ)

ຣີເວີໄຊ ໂຈເນ ພິເສດນີ້ເລີ່ມດ້ວຍການນວດຜ່ອນຄາຍທີ່ນໍາໃຊ້ນໍ້າມັນຫອມລະເຫຍທີ່ສະກັດຈາກພືດທີ່ປ່ອຍຄຸນສົມບັດການຮັກສາເຂົ້າຜິວໜັງ. ລູກປະຄົບອສະໜຸນໄພລາວກິ່ງ ແລະ ກົດໃສ່ຈຸດສະເພາະຕ່າງໆຂອງຮ່າງກາຍ ເພື່ອຜ່ອນຄາຍກ້າມເນື້ອທີ່ເຄັ່ງຕຶງ ແລະ ກະຕຸ້ນການໄຫຼວຽນຂອງເລືອດ ຊຶ່ງຕາມດ້ວຍສະຄຣັບຜິວໜັງຮ່າງກາຍແບບດັ້ງເດີມພ້ອມພືດຕ່າງໆຂອງລາວ ເພື່ອເຮັດຄວາມສະອາດ ແລະ ເພື່ອເຮັດໃຫ້ຜິວໜັງລຽບນຽນ. ການນວດດັ່ງກ່າວນີ້ສິ້ນສຸດດ້ວຍການບໍາບັດດ້ວຍອາຍນໍ້າສະເພາະ. ອາຍນໍ້າທີ່ເຕັມໄປດ້ວຍສ່ວນປະສົມຂອງສະໜຸນໄພສົດໆ ແລະ ເຄື່ອງເທດ ທີ່ກະກຽມ ແລະ ຈັດວາງກັບນໍ້າຮ້ອນກ້ອງເຕັ້ນຂະໜາດນ້ອຍ ທີ່ສາມາດເເນມເຫັນພູເຂົາຕ່າງໆ. ຕອນຫາຍໃຈເລີກໆ, ສະໜຸນໄພມີຜົນດີ ໂດຍເປີດຮູຂຸມຂົນ ແລະ ເຮັດຄວາມສະອາດປອດ.

 

ນວດຈາກຫົວເຖິງຕີນ (90 ນາທີ)

ແພັກເກັດການຜ່ອນຄາຍດັ່ງກ່າວນີ້ປະກອບດ້ວຍການນວດກົດຈຸດຕີນ, ການນວດກົດມື, ແລະ ການນວດຫຼັງ & ບ່າໄຫຼ່.

 

ວັງວຽງດຣີມ (135 ນາທີ)

ແພັກເກັດນີ້ ປະກອບດ້ວຍການນວດກົດຈຸດຕີນ, ນວດແຜນບູຮານແບບລາວພ້ອມການບໍາບັດດ້ວຍສະໜຸນໄພຮ້ອນແບບລາວ.

 

ຮ່າງກາຍ & ຈິດໃຈ (120 ນາທີ)

ແພັກເກັດດັ່ງກ່າວນີ້ລວມການນວດນໍ້າມັນອາໂຣມາ ແລະ ສະຄຣັບຜິວໜັງຮ່າງກາຍ.

 

ວັງວຽງຟື້ນຟູຮ່າງກາຍ (Rejuvenation) (165 ນາທີ)

ແພັກເກັດດັ່ງກ່າວນີ້ປະກອບດ້ວຍການນວດກົດຈຸດຕີນ, ການນວດນໍ້າມັນອາໂຣມາ, ແລະ ສະຄຣັບຜິວໜັງຮ່າງກາຍ.