ການນວດບໍາບັດ

ການນວດປະຄົບດ້ວຍຖົງສະໜຸນໄພຮ້ອນຂອງລາວ (90 ນາທີ)

ການນວດບໍາບັດດັ່ງກ່າວນີ້ຜ່ອນຄາຍຮ່າງກາຍ ແລະ ປັບປຸງລະບົບໄຫລວຽນຂອງຮ່າງກາຍ. ການນວດບໍາບັດດັ່ງກ່າວນີ້ເລີ່ມຈາກການນວດລາວແບບດັ້ງເດີມ, ແລະ ຕໍ່ດ້ວຍການນວດບໍາບັດສະໜຸນໄພ. ຖົງອຸ່ນໆພ້ອມພືດຫອມນາໆຊະນິດຈາກປະເທດລາວເລື່ອນແບບກິ້ງ ແລະ ບີບໃສ່ບໍລິເວນສະເພາະຂອງຮ່າງກາຍ, ເພື່ອຜ່ອນຄາຍກ້າມເນື້ອທີ່ເຄັ່ງຕຶງ ແລະ ກະຕຸ້ນໃຫ້ມີລະບົບໄຫລວຽນເລືອດທີ່ດີ.

 

ນວດແຜນບູຮານແບບລາວ (60 ນາທີ ຫຼື 90 ນາທີ)

ການນວດແຫ້ງດັ່ງກ່າວນີ້ເນັ້ນການຢືດບັນດາກ້າມເນື້ອ ແລະ ກະຕຸ້ນເສັ້ນແຫ່ງພະລັງງານທໍາມະຊາດຂອງຮ່າງກາຍ ເພື່ອຫຼຸດຄວາມເຄັ່ງຕືງຂອງຮ່າງກາຍ. ການນວດແບບນີ້ເຮັດໃຫ້ມີການຜ່ອນຄາຍເລີກໆທີ່ສໍາພັດໄດ້ ແລະ ມີຄວາມຮູ້ສຶກສຸຂະພາບດີທົ່ວໄປ.

 

ນວດນໍ້າມັນອາໂຣມາ (60 ນາທີ ຫຼື 90 ນາທີ)

ການນວດດັ່ງກ່າວນີ້ກໍ່ເພື່ອສ້າງຄວາມສົມດູນຂອງອົງປະກອບທໍາມະຊາດທັງສີ່ຢ່າງທີ່ມີຜົນຕໍ່ຮ່າງກາຍ ແລະ ບຸກຄະລິກະພາບ: ໄຟ, ອາກາດ, ນໍ້າ ແລະ ດິນ. ສິ່ງດັ່ງກ່າວນັ້ນໄດ້ດ້ວຍການນໍາໃຊ້ນໍ້າມັນອາໂຣມາທໍາມະຊາດ ທີ່ປ່ອຍຄຸນສົມບັດບໍາບັດເຂົ້າໄປຜິວໜັງ ເພື່ອສ້າງຄວາມສາມັກຄີ ແລະ ຄວາມຮູ້ສຶກສະບາຍໃຈພາຍໃນຮ່າງກາຍ.

 

ນວດຫົວ, ຫຼັງ, ຄໍ & ບ່າໄຫຼ່ (60 ນາທີ)

ການນວດແບບຜ່ອນຄາຍນີ້ໄດ້ຖືກອອກແບບ ເພື່ອບັນເທົາອາການປວດຫຼັງ, ຫົວ, ແລະ ບ່າໄຫຼ່. ການນວດນີ້ຊ່ວຍຫຼຸດຜ່ອນຄວາມເມື່ອຍ ແລະ ຮັກສາຄວາມຢືດຢຸ່ນຂອງເສັ້ນໃຍກ້າມເນື້ອ, ດ້ວຍການກະຕຸ້ນການໄຫຼວຽນຂອງເລືອດ ແລະ ການນໍາອອກຊີເຈນໄປສູ່ກ້າມເນື້ອຕ່າງໆ.

 

ການກົດຈຸດຕີນ (60 ນາທີ)

ສໍາພັດສິລະປະການກົດຈຸດຕີນ, ທີ່ໃຊ້ແຮງກົດປານກາງໄປຫາບັນດາຈຸດຕ່າງໆຂອງຕີນ ເພື່ອແກ້ໄຂຄວາມບໍ່ສົມດຸນ, ເພີ່ມພະລັງງານທໍາມະຊາດ, ແລະ ກະຕຸ້ນການໄຫຼວຽນທີ່ໃຫ້ປະໂຫຍດທົ່ວຮ່າງກາຍ.