ອາຂ່າ

ຊົນເຜົ່າອາຂ່າໄດ້ເຄື່ອນຍ້າຍມາແຕ່ປະເທດຈີນໄປປະເທດລາວ, ປະເທດມ້ຽນມາ, ປະເທດໄທ ແລະ ປະເທດຫວຽດນາມຫຼາຍກວ່າ 200 ປີຜ່ານມາ. ປັດຈຸບັນນີ້, ບາງໝູ່ບ້ານຂອງພວກເຂົາສາມາດພົບໄດ້ໃນພາກເໜືອເຂດຫ່າງໄກຂອງປະເທດລາວ, ເປັນຕົ້ນ ແຂວງຜົ້ງສາລີ ແລະ ແຂວງຫຼວງນໍ້າທາ. ສ່ວນຫຼາຍ, ຊົນເຜົ່າອາຂ່າອາໄສຢູ່ເຂດສູງ, ບາງຊຸມຊົນອາຂ່າອາໄສຢູ່ເຂດຫ່າງໄກຫຼາຍ.

ໃນຂະນະທີ່ພວກເຂົາເຄີຍຖືກເອີ້ນວ່າ ໂກະ ຫຼື ອິໂກະ, ຊື່ດັ່ງກ່າວນີ້ພິຈາລະນາວ່າບໍ່ເໝາະສົມໃນປັດຈຸບັນ. ຊົນເຜົ່າອາຂ່າປະກອບດ້ວຍກຸ່ມຍ່ອຍ ແລະ ຕະກູນທີ່ແຕກຕ່າງ, ທີ່ຮັກສາເອກະລັກ ແລະ ວິຖີຊີວິດສະເພາະ.

ເຖິງແມ່ນວ່າຊົນເຜົ່າອາຂ່າບໍ່ມີໜັງສືຂຽນ, ບັນດາຜູ້ຊາຍສາມາດເລົ່າລໍາດັບວົງຕະກູນຍ້ອນຫຼັງ 60 ກວ່າລຸ້ນ. ສິ່ງນີ້ຊ່ວຍໃຫ້ຊົນເຜົ່າອາຂ່າຮັກສາເອກະລັກ ແລະ ປະຫວັດຄວາມເປັນມາທີ່ເຊື່ອມໂຍງຕະກູນ ແລະ ຄອບຄົວຕ່າງໆ.

ໝູ່ບ້ານອາຂ່າຖືກຮັບຮູ້ໂດຍປະຕູ ແລະ ຊິງຊ້າຂະໜາດໃຫຍ່. ປະຕູຖືວ່າເປັນເຄື່ອງໝາຍລະຫວ່າງໂລກມະນຸດ ແລະ ໂລກວິນຍານ. ເຊື່ອກັນວ່າສິ່ງນີ້ຈະປົກປ້ອງໝູ່ບ້ານຈາກໂຈນ,ສັດປ່າ ແລະ ພະຍາດ. ບັນດາຜູ້ຢ້ຽມຢາມບໍ່ຄວນສໍາພັດກັບເຄື່ອງເຫຼົ່ານີ້. ຊິງຊ້າຂອງໝູ່ບ້ານຖືກນໍາໃຊ້ໃນໄລຍະງານບຸນເກັບກ່ຽວໃນເດືອນສິງຫາ (8) ຫຼື ເດືອນກັນຍາ (9), ເວລາແຫ່ງຄວາມມ່ວນຊື່ນ ແລະ ການສະເຫຼີມສະຫຼອງ.

ແມ່ຍິງຂອງຊົນເຜົ່າອາຂ່າມີຊື່ສຽງສໍາລັບເຄື່ອງປະດັບຫົວທີ່ເຮັດດ້ວຍເງິນທີ່ມີຫຼາຍໆຮູບແບບ ແລະ ການອອກແບບຫຼາຍແບບ, ອີງຕາມກຸ່ມອາຂ່າ, ແລະ ບາງເທື່ອມີລາຄາແພງຫຼາຍ. ຕົວຢ່າງ, ອາຂ່າ Djepia ນຸ່ງເຄື່ອງປະດັບທີ່ມີຮູບໂກນ, ແຕ່ໃນຂະນະນັ້ນ, ອາຂ່າ Poulyນຸ່ງເຄື່ອງປະດັບທີ່ມີຮູບມົນ, ມີແຜ່ນແປຢູ່ດ້ານຫລັງ. ຊົນເຜົ່າອາຂ່າກໍ່ນຸ່ງເຄື່ອງຝ້າຍທີ່ຍ້ອມສີຟ້າ, ແຕ່ງດ້ວຍຮູບປັກແສ່ວ, ຮູບຫຍິບຕ່າງໆ ແລະ ລູກປັດຕ່າງໆ.

akha-01