ມົ້ງ

ຊົນເຜົ່າມົ້ງໄດ້ເລີ່ມເຄື່ອນຍ້າຍຈາກພາກເໜືອ ແລະ ພາກໃຕ້ຂອງປະເທດຈີນໄປປະເທດລາວໃນສະຕະວັດທີ່ 19. ທຸກວັນນີ້, ພວກເຂົາອາໄສຢູ່ພາກເໜືອ ແລະ ພາກກາງຂອງປະເທດລາວ, ລວມແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ. ບ້ານຂອງຊົນເຜົ່າມົ້ງສາມາດພົບໄດ້ໃນວັງວຽງ. ຊົນເຜົ່າມົ້ງມີພາສາເວົ້າ ແລະ ພາສາຂຽນສ່ວນຕົວ, ແລະ ເປັນກຸ່ມຊົນເຜົ່າໃຫຍ່ອັນດັບສາມໃນປະເທດລາວ, ໂດຍມີປະມານ 8% ພົນລະເມືອງ.

ໃນອາດີດ, ຊົນເຜົ່າມົ້ງຖືກເອີ້ນວ່າ ມ້ຽວ ຫຼື ລາວສູງ. ລາວສູງ ໝາຍຄວາມວ່າ “ລາວທີ່ອາໄສຢູ່ເຂດພູສູງ”. ຖ້ອຍຄໍານີ້ອ້າງອີງເຖິງສະຖານທີ່ບ່ອນທີ່ຊົນເຜົ່າມົ້ງມັກອາໄສຢູ່. ເຖິງຢ່າງໃດກໍຕາມ, ຊື່ດັ່ງກ່າວນັ້ນບໍ່ຖືວ່າເໝາະສົມອີກຕໍ່ໄປ, ແລະ ຊົນເຜົ່າມົ້ງນິຍົມທີ່ຈະໄດ້ເອີ້ນວ່າມົ້ງ ຕາມຊື່ຂອງຊົນເຜົ່າ.

ຊົນເຜົ່າມົ້ງເປັນຊົນເຜົ່າທີ່ພູມໃຈໃນຊົນເຜົ່າຕົນ ແລະ ຮັກສາວັດທະນະທໍາ ແລະ ປະເພນີທີ່ເປັນເອກະລັກຂອງເຂົາ. ພວກເຂົາບໍ່ສາມາດແຕ່ງງານກັບບຸກຄົນພາຍໃນຕະກູນ, ຫຼື ບຸກຄົນທີ່ມີນາມສະກູນດຽວກັນ. ນັ້ນໝາຍຄວາມວ່າ ທັງຜູ້ຊາຍ ແລະ ແມ່ຍິງຕ້ອງຫາຄູ່ຢູ່ນອກບ້ານຂອງຕົນ. ຕາມປະເພນີ, ແມ່ຍິງຕ້ອງຕິດຕາມຜົວຂອງຕົນ ແລະ ຕັດສາຍພົວພັນກັບພໍ່ແມ່ຂອງຕົນ.

ແມ່ຍິງຂອງຊົນເຜົ່າມົ້ງເປັນທີ່ຮູ້ຈັກສໍາລັບທັກສະປັກແສ່ວ ແລະ ຜ້າບາຕິກ. ບາຕິກມົ້ງ, ທີ່ເຮັດດ້ວຍປໍປ່ານ, ທາສີດ້ວຍຂີ້ເຜີ້ງ, ຫຼັງຈາກນັ້ນທາສີຟ້າ. ຂີ້ເຜິ້ງຖືກຕົ້ມ ເພື່ອສະແດງລວດລາຍສີຂາວ. ແຕ່ລະກຸ່ມມີຊຸດຂອງຕົນເອງ. ປັດຈຸບັນ, ເຄື່ອງແບບປະເພນີຖືກນຸ່ງແຕ່ໃນໂອກາດພິເສດຕ່າງໆ, ຄື ພິທີແຕ່ງງານ ແລະ ປີໃໝ່ຂອງຊົນເຜົ່າມົ້ງ.

ຊົນເຜົ່າມົ້ງສະຫຼອງປີໃໝ່ຂອງພວກເຂົາ, ເອີ້ນວ່າ ນໍເປເຈົ້າ, ໃນເດືອນທັນວາ (12) ຫຼື ເດືອນມັງກອນ (1), ຕິດຕາມປະຕິທິນຈັນທະຄະຕິ. ການສະເຫຼີມສະຫຼອງໃຊ້ເວລາປະມານ 10 ວັນ ແລະ ລວມຫຼາຍໆກິດຈະກໍາ, ເຊັ່ນ ເກມປິ່ນໝູນຕ່າງໆ, ການແຂ່ງຂັນຍິງລູກສອນ, ການຮ້ອງເພງ ແລະ ການຟ້ອນ, ແລະ ເກມຫາຄູ່. ບັນດາຜູ້ຊາຍ ແລະ ແມ່ຍິງນຸ່ງເຄື່ອງປະເພນີທີ່ມີສີສັນເນື່ອງໃນໂອກາດດັ່ງກ່າວນີ້, ໂດຍຫວັງວ່າຈະດຶງດູດຄູ່ຊີວິດຂອງຕົນ.

Hmong