ຊົນເຜົ່າ ອິວມ່ຽນ ຫຼື ເຢົ້າ (ຢ້າວ)

ອິວມ່ຽນມາແຕ່ປະເທດຈີນ, ແລະ ເຄື່ອນຍ້າຍຈາກແຂວງຮູນານໄປພາກເໜືອຂອງຫວຽດນາມ, ປະເທດໄທ, ແລະ ພາກເໜືອຂອງປະເທດລາວໃນຕົ້ນສະຕະວັດທີ່ 15 ແລະ 16. ພວກເຂົາມີປະຊາຊົນຈໍານວນຫຼາຍຢູ່ຕ່າງປະເທດ, ໂດຍສະເພາະຢູ່ສະຫະລັດອາເມຣິກາ. ອິວມ່ຽນເປັນທີ່ຮູ້ຈັກຄື ລູມ່ຽນ, ມ່ຽນ, ຫຼືຢ້າວ.

ຊາວມ່ຽນເຊື່ອວ່າປະຫວັດສາດຂອງພວກເຂົາໄດ້ເລີ່ມຕົ້ນກັບ ພີ່ອັນຫູ, ໝາຫ້າສີຂອງຈັກກະພັດທີ່ຂ້າຄູ່ແຂ່ງຂອງຜູ້ປົກຄອງ. ຈັກກະພັດໄດ້ຂອບໃຈພີ່ອັນຫູ ໂດຍການຈັດແຕ່ງພີ່ອັນຫູ ກັບ ລູກສາວ. ບັນດາລູກຂອງພວກເຂົາ, ຜູ້ຊາຍ 6 ຄົນ ແລະ ແມ່ຍິງ 6 ຄົນ ກາຍເປັນບັນພະບູລຸດຂອງຊາວຢ້າວ.

ຊາວມ່ຽນນັບຖືລັດທິເຕົາ, ປັດຊະຍາ ແລະ ສາສະໜາທີ່ພວກເຂົາໄດ້ຮັບໃນປະເທດຈີນ ແລະ ໄດ້ນໍາເອົາມາກັບພວກເຂົາຕອນພວກເຂົາໄດ້ເຄື່ອນຍ້າຍໄປທິດໃຕ້. ໂດຍທົ່ວໄປ, ຜູ້ຊາຍທັງໝົດຕ້ອງບວດເປັນນັກບວດເຕົາ, ເພື່ອຮັບຮູ້ເປັນພາກສ່ວນໜຶ່ງຂອງບັນພະບູລຸດຂອງຄອບຄົວຂອງພວກເຂົາ ແລະ ໂດຍວິນຍານ. ສິ່ງນີ້ຕ້ອງການການຮຽນໜັງສືຈີນ, ແລະ ຄໍາສອນພື້ນຖານຂອງເຕົາ, ແລະ ການດໍາເນີນພິທີສາມວັນ, ສາມຄືນຢ່າງຕໍ່ເນື່ອງ ແລະ ເຄັ່ງຄັດ.

ແມ່ຍິງຊາວອິວມ່ຽນເປັນຜູ້ປັກແສ່ວທີ່ມີທັກສະ. ພວກເຂົາໃຊ້ເວລາຫຼາຍຊົົ່ວໂມງຕັ້ງແຕ່ໄວໜຸ່ມ ເພື່ອຮຽນເຕັກນິກການປັກແສ່ວສາມແບບທີ່ແຕກຕ່າງ, ແລະ ສ້າງລວດລາຍທີ່ມີສີສັນ ແລະ ມີຍາກ. ມ່ຽນບອກວ່າຄວາມສາມາດຂອງແມ່ຍິງໃນນາມເມຍ ແລະ ແມ່ ສາມາດຖືກຕັດສິນຈາກງານປັກແສ່ວ – ຊ່າງປັກແສ່ວທີ່ມີຄວາມຊໍານິຊໍານານ, ທີ່ມີຄວາມອົດທົນສ້າງແມ່ຍິງທີ່ດຸໝັ່ນ ແລະ ອຸທິດຕົນ. ແມ່ຍິງຊາວມ່ຽນນຸ່ງໂສ້ງທີ່ປັກແສ່ວ, ແລະ ເສື້ອແຈັກແກັດພ້ອມສ້ອຍຄໍສີແດງອ້ອມຄໍເສື້ອ.

ເອກະສານສະບັບນີ້ ໄດ້ຈັດແປໂດຍບໍລິສັດ ຮຸ່ງເຮືອງ ແປພາສາ ທ່ອງທ່ຽວ ແລະບໍລິການ ຈໍາກັດ ຈາກສະບັບພາສາອັງກິດ (ຄັດຕິດ) ມາເປັນພາສາລາວ.