ໃຊ້ເວລາສາມເຖິງຫ້າຊົ່ວໂມງໃນການເດີນທາງເຖິງວັງວຽງ ໂດຍລົດໂດຍສານ ຫຼື ລົດສ່ວນຕົວຈາກຫຼວງພະບາງ (185 ກິໂລແມັດ ໃຊ້ເວລາສາມຊົ່ວໂມງໃນການເດີນທາງສຳລັບ “ຖະໜົນເສັ້ນໃໝ່”, 230 ກິໂລແມັດ ຫ້າຊົ່ວໂມງໃນການເດີນທາງສໍາລັບ “ຖະໜົນເສັ້ນເກົ່າ”) ແລະ ປະມານເກົ້າສິບນາທີຈາກໃຈກາງເມືອງວຽງຈັນ (140 ກິໂລແມັດ) Riverside Boutique Resort ຕັ້ງຢູ່ໃນທຳເລທີ່ດີທາງໃຕ້ ແລະ ຢູ່ສ່ວນທີ່ງຽບສະຫງົບທີ່ສຸດຂອງເມືອງ ຕິດກັບຂົ້ວໄມ້ຂະໜາດນ້ອຍທີ່ເຊື່ອມທັງສອງຝັ່ງຂອງແມ່ນ້ຳຊ່ອງ. ຈຸດສໍາຄັນທັງໝົດຂອງເມືອງຢູ່ໃນໄລຍະທີ່ສາມາດຍ່າງໄດ້.

ເສັ້ນທາງການຂັບລົດຈາກວຽງຈັນ (ທາງດ່ວນ)

  1. ໃຊ້ທາງຫຼວງໝາຍເລກ 13 ໄປທາງຫຼວງພະບາງ ຂັບໄປປະມານ 15 ກິໂລແມັດ.
  2. ເມື່ອຮອດບ້ານສີເກດໃຫ້ລ້ຽວຊ້າຍໄປຂຶ້ນທາງດ່ວນ ໃຊ້ເວລາຂັບລົດໃນທາງດ່ວນປະມານ 1 ຊົ່ວໂມງ.
  3. ຫຼັງ 112 ກິໂລແມັດ. ໃຊ້ທາງອອກ “ວັງວຽງ” ຜ່ານດ່ານພາສີ ອອກຈາກທະໜົນທາງດ້ານຂວາຂອງທ່ານ ແລະ ໄປຊື່ເພື່ອເຂົ້າສູ່ເມືອງວັງວຽງ
  4. ເມື່ອເຂົ້າເມືອງໃຫ້ລ້ຽວຊ້າຍທຳອິດເພື່ອໄປແຄມນ້ຳຊ່ອງ
  5. ຂັບລົດເລີຍ ໂຮງແຮມ ທະວີສຸກໄປທາງຊ້າຍ ແລ້ວລ້ຽວຊ້າຍໄປຕາມທາງນ້ອຍໆ ທີ່ນຳໄປສູ່ຂົວໄມ້ຂ້າມນ້ຳຊ່ອງ.
  6. Riverside Boutique Resort ຈະຢູ່ຂວາມືກ່ອນຮອດຂົວ

ເສັ້ນທາງທີ່ຂັບລົດຈາກຫຼວງພະບາງ (ເສັ້ນທາງເລກທີ 13)

  1. ເສັ້ນທາງຈາກຫຼວງພະບາງໄປວັງວຽງມີ 2 ເສັ້ນທາງຄື “ເສັ້ນທາງເກົ່າ” ກັບ “ເສັ້ນທາງໃໝ່”
    # “ເສັ້ນທາງໃໝ່” ແມ່ນທາງລັດ, ແຕ່ບາງເທື່ອກໍ່ມີຂີ້ຕົມເຮັດໃຫ້ບໍ່ສາມາດເດີນທາງໄດ້ໃນບາງມື້ໃນລະດູຝົນ.
    # “ເສັ້ນທາງເກົ່າ” ແມ່ນເສັ້ນທາງ 13 ຕະຫຼອດຮອດວັງວຽງ.
  2. ໄປຕາມ “ເສັ້ນທາງໃໝ່” ເລີ່ມແຕ່ທາງຫຼວງ 13 ໄປທາງນະຄອນຫຼວງວຽງຈັນ. ຮອດຊຽງເງິນ, ຫ່າງຈາກຫຼວງພະບາງປະມານ 24 ກິໂລແມັດ, ລ້ຽວຂວາໃຊ້ເສັ້ນທາງເລກ 4. ມີໄລຍະທາງ 107 ກິໂລແມັດ ເຊື່ອມຕໍ່ກັບຄືນສູ່ທາງຫຼວງ 13 ທີ່ກາສີ.
  3. ວັງວຽງຢູ່ຫ່າງຈາກກາສີປະມານ 57 ກິໂລແມັດ, ຜ່ານໃຈກາງເມືອງວັງວຽງ ເຊິ່ງທ່ານຈະເຫັນຕະຫຼາດ ແລະ ສະຖານີລົດເມ.
  4. ຮອດວົງວຽນທີ່ຜ່ານໃຈກາງເມືອງວັງວຽງ ໃຫ້ຂັບຂວາແລ້ວຂັບຜ່ານ 2 ວັດທີ່ຢູ່ທາງເບື້ອງຂວາມື.
  5. ຈາກນັ້ນ ໄປຕາມເສັ້ນທາງເລກທີ່ 2 ເບື້ອງຂວາມື ຮອດເສັ້ນທາງແຄມແມ່ນ້ຳຊ່ອງ.
  6. ຂັບລົດຜ່ານໂຮງແຮມຕ່າງໆ ຈະເຫັນທາງຂວາມືແມ່ນໂຮງແຮມອາມາຣີ, ໂຮງແຮມວັນສະນະ, ອິນທິຣາ ແລະ ວິນລານ້ຳຊ່ອງ.
  7. ຈາກນັ້ນລ້ຽວຂວາໄປຕາມເສັ້ນທາງນ້ອຍໆທີ່ໄປຫາຂົວໄມ້ຂ້າມແມ່ນ້ຳຊ່ອງ.
  8. Riverside Boutique Resort ຈະຢູ່ຂວາມືກ່ອນຮອດຂົວ.

Riverside Boutique Resort ສາມາດຮັບສົ່ງໄປ-ກັບຈາກ ຣີສອດໄດ້ຕາມຄວາມຮຽກຮ້ອງຕ້ອງການ ດ້ວຍການຈອງກ່ອນລ່ວງໜ້າ48 ຊົ່ວໂມງ (ເບິ່ງຕາຕະລາງລາຄາຂ້າງລຸ່ມນີ້) ແຂກທີ່ຈະມາພັກໃນຣີສອດຍັງສາມາດເຊົ່າລົດໂດຍກົງຈາກເອວີສ ເພື່ອໄປຍັງຣີສອດ. ໃນກໍລະນີນີ້ທ່ານຈະໄດ້ຮັບສ່ວນຫຼຸດ 15% ໃນອັດຕາຄ່າບໍລິການສາທາລະນະຂອງເອວີສ.ໂດຍອີງໃສ່ຈາກການຈອງຣີສອດ

ການເດີນທາງ

ພາຫະນະ

ໄລຍະທາງ

ໄລຍະເວລາ

ລາຄາການຮັບສົ່ງໄປທາງດຽວ, ລວມທັງຄ່າອາກອນ ແລະ ຄ່າບໍລິການ

ນະຄອນຫຼວງວຽງຈັນ ໄປຮອດ/ກັບຕັ້ງແຕ່ ຣີສອດ ບູຕິກ ລີເວີຊາຍ ລົດໃຫຍ່ 4WD (ສູງສຸດ 4 ທ່ານ) 140 ກມ (87 ໄມລ໌) 2 ຊົ່ວໂມງ 145 ໂດລາສະຫະລັດຕໍ່ຄັນ
ລົດເມຂະໜາດນ້ອຍ (ສູງສຸດ 10 ທ່ານ)
ຫຼວງພະບາງ ໄປຮອດ/ກັບຕັ້ງແຕ່ ຣີສອດ ບູຕິກ ລີເວີຊາຍ ລົດໃຫຍ່ 4WD (ສູງສຸດ 4 ທ່ານ) 230 ກມ (145 ໄມລ໌) 3 ຫາ 5 ຊົ່ວໂມງ 270 ໂດລາສະຫະລັດຕໍ່ຄັນ
ລົດເມຂະໜາດນ້ອຍ (ສູງສຸດ 10 ທ່ານ)

ຂໍ້ຄວນເອົາໃຈໃສ່:

  1. ລົດຮັບແຂກຈາກວຽງຈັນໄປວັງວຽງ ຈະເລີ່ມແຕ່ເວລາ 8:00 ໂມງເຊົ້າ ຫາ 12:00 ໂມງ.
  2. ລົດຮັບແຂກຈາກວັງວຽງໄປວຽງຈັນ ຈະເລີ່ມແຕ່ເວລາ 10.00 ໂມງເຊົ້າ – 14.00 ໂມງແລງ
  3. ລົດຮັບແຂກຈາກຫຼວງພະບາງໄປວັງວຽງ ຈະເລີ່ມແຕ່ເວລາ 8:00 ໂມງເຊົ້າ -11:00 ໂມງເຊົ້າ.
  4. ລົດຮັບແຂກຈາກວັງວຽງໄປຫຼວງພະບາງ ຈະເລີ່ມແຕ່ເວລາ 11:00 ໂມງເຊົ້າ – 13:00 ໂມງແລງ.

ມີຄ່າບໍລິການເພີ່ມເຕີມສຳລັບການໄປຮັບກ່ອນ ຫຼື ຊ້າ. ຂຶ້ນຢູ່ກັບການຕົກລົງກ່ອນລ່ວງໜ້າກັບຣີສອດ: ການບໍລິການຮັບສົ່ງແມ່ນສະເພາະໃນເວລາກາງເວັນເທົ່ານັ້ນເພາະເຫດຜົນທາງດ້ານຄວາມປອດໄພ.

ມີການເກັບຄ່າເພີ່ມເຕີມ 25 ໂດລາສະຫັດລັດຕໍ່ຄັນສຳລັບບໍລິການຮັບສົ່ງໃນຊ່ວງວັນພັກຂອງລັດຖະການລາວ.

ຈອງລົດຮັບສົ່ງຕອນນີ້

ຈອງລົດຮັບສົ່ງຕອນນີ້

ປະເພດຍານພາຫະນະ
ເວລາຮັບ