ປະສົບການວັງວຽງ

ປະສົບການວັງວຽງ

ທົວເຄິ່ງວັນ ຫຼື ໜຶ່ງວັນນີ້ ໄດ້ລວມກິດຈະກໍາທີ່ມີຊື່ສຽງທັງໝົດທີ່ວັງວຽງ ເຊັ່ນການພາຍເຮືອກາຍັກໃນແມ່ນໍ້າຊອງອັນສວຍງາມທີ່ອ້ອມໄປດ້ວຍພູເຂົາສູງ, ສໍາຫຼວດທິວທັດອັນສວຍງາມ ແລະ ຢ້ຽມຖໍ້າຫີນປູນທີ່ໜ້າຕື່ນເຕັ້ນ, ແລະ ລອຍນໍ້າໃນນໍ້າບໍ່ນໍ້າພຸໃສ.

ລະ​ດັບ​ຄວາມ​ຫຍຸ້ງ​ຍາກ: difficulty

ໂປຼແກມທົວເຄິ່ງວັນ: ວັງວຽງ > ວຽງສະໄໝ ຖໍ້ານອນ Viengsamay Tham None > ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ

ເຮົາຈະພາທ່ານຂຶ້ນໄປທາງເໜືອ 10 ກິໂລແມັດ ເພື່ອເຖິງໝູ່ບ້ານຂອງຊົນເຜົ່າກຶມມຸຂອງວຽງສະໄໝ ຫຼັງຈາກສິ້ນສຸດກິດຈະກໍາພາຍເຮືອກາຍັກໃນແມ່ນໍ້າຊອງອັນສວຍງາມ. ແມ່ນໍ້າອາດຈະມີແກ່ງເລັກໆ ແຕ່ກໍ່ເຕັມໄປດ້ວຍຄວາມຕື່ນເຕັ້ນກ່ອນລະຫວ່າງທາງໄປຖໍ້າລົມ. ຫຼັງຈາກສໍາຫຼວດຖໍ້າແລ້ວ, ເຮົາກໍ່ເດີນທາງຕໍ່ໄປເຖິງຖໍ້ານອນ ຊຶ່ງເປັນຖໍ້າທີ່ໃຫຍ່ທີ່ສຸດແຫ່ງນີ້ໃນວັງວຽງ ແລະ ຍັງເປັນທີ່ພັກເພິ່ງຊ່ວຍເຫຼືອສໍາລັບຊາວບ້ານໃນການຫຼົບໄພຊ່ວງສົງຄາມອິນໂດຈີນຄັ້ງທີ່ສອງ. ໂດຍປັດຈຸບັນນີ້ຈະເປັນແຫຼ່ງທີ່ຢູ່ອາໄສຂອງເຈຍພ້ອມຫີນງອກຫີນຍ້ອຍແຫ່ງວັງວຽງ. ໃນລະດູຝົນ ເຮົາຈະລອຍນໍ້າຜ່ານທາງເຂົ້າຖໍ້າ. ຂາສຸດທ້າຍຂອງການເດີນທາງ ຄື ພາຍເຮືອເບົາໆ ຊຶ່ງຈະພາເຮົາກັບວັງວຽງທັນເວລາ ເພື່ອຊື່ນຊົມຕາເວັນຕົກຈາກວິວສະລອຍນໍ້າຢູ່ທີ່ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ.

ໂປຼແກມທົວເຕັມວັນ: ວັງວຽງ > ວຽງສະໄໝ Viengsamay > ອໍການິກຟາມ > ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ

ເຮົາຈະພາທ່ານຂຶ້ນໄປທາງເໜືອ 10 ກິໂລແມັດ ເພື່ອເຖິງໝູ່ບ້ານວຽງສະໄໝ ຫຼັງຈາກສິ້ນສຸດກິດຈະກໍາພາຍເຮືອກາຍັກໃນແມ່ນໍ້າຊອງອັນສວຍງາມ. ແມ່ນໍ້າອາດຈະມີແກ່ງເລັກໆ ແຕ່ກໍ່ເຕັມໄປດ້ວຍຄວາມຕື່ນເຕັ້ນກ່ອນລະຫວ່າງທາງໄປຖໍ້າສິມ. ເຮົາຈະເດີນໄປທີ່ໂຮງໜັງຂະໜາດໃຫຍ່ພາຍໃນຖໍ້າ ຊຶ່ງເຕັມໄປດ້ວຍຫີນງອກຫີນຍ້ອຍ ແລະ ເຈຍທີ່ໜ້າປະທັບໃຈ! ຫຼັງຈາກອອກມາຈາກຖໍ້າແລ້ວ ເຮົາຈະພາໄປເຖິງຈຸດປິກນິກແຄມແມ່ນໍ້າທີ່ເປັນບ່ອນທີ່ທ່ານສາມາດຊື່ນຊົມອາຫານທ່ຽງອັນແຊບ. ຈາກນັ້ນ ເຮົາຈະລ່ອງໄປຕາມແມ່ນໍ້າຈົນເຖິງປ້າຍຖັດໄປທີ່ອໍການິກຟາມ ຊຶ່ງຜະລິດຊາໃບມອນ ແລະ ວາຍໝາກໄມ້ນາໆຊະນິດ.

ລ່ອງຕໍ່ໄປອີກເລື້ອຍໆ ກໍ່ຈະເຖິງຖໍ້ານອນ ຊຶ່ງເປັນຖໍ້າທີ່ໃຫຍ່ທີ່ສຸດແຫ່ງໜຶ່ງໃນວັງວຽງ! ຍັງເປັນທີ່ພັກເພິ່ງຊ່ວຍເຫຼືອສໍາລັບຊາວບ້ານໃນການຫຼົບໄພຊ່ວງສົງຄາມອິນໂດຈີນຄັ້ງທີ່ສອງ. ເຖິງຢ່າງໃດກໍຕາມ, ໃນປັດຈຸບັນນີ້ໄດ້ກາຍເປັນບ້ານຂອງຝູງເຈຍ ພ້ອມຫີນງອກຫີນຍ້ອຍແຫ່ງວັງວຽງເປັນຮຽບຮ້ອຍໄປແລ້ວ. ແລະ ຂາສຸດທ້າຍຂອງການເດີນທາງ ຄື ການພາຍເຮືອເບົາໆ ຊຶ່ງຈະພາເຮົາກັບວັງວຽງທັນເວລາ ເພື່ອຊື່ນຊົມຕາເວັນຕົກຈາກວິວຂອງສະລອຍນໍ້າຢູ່ທີ່ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ.

 

ໝາຍເຫດ: ທົວພາຍເຮືອກາຍັກແບບເຕັມວັນນັ້ນເປີດໃຫ້ບໍລິການໄດ້ສະເພາະໃນຊ່ວງລະດູແລ້ງເທົ່ານັ້ນ. ໃນຊ່ວງລະດູຝົນ, ເຮົາຈະເລີ່ມຕົ້ນຈາກໝູ່ບ້ານປະທາງ ຊຶ່ງຢູ່ຫ່າງຈາກໝູ່ບ້ານວຽງສະໄໝ 8 ກມ. ອາຫານທ່ຽງຈະເສີບຢູ່ທີ່ບ້ານວຽງສະໄໝ ແລະ ສາມາດເຂົ້າຊົມໄດ້ພຽງແຕ່ຖໍ້າຊ້າງຖໍ້າດຽວເທົ່ານັ້ນ ເນື່ອງຈາກກະແສນໍ້າອັນແຮງຫຼາຍ.

ຂໍ້ມູນ
ເວລາເລີ່ມຕົ້ນ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 9:00 ໂມງ ຫຼື 13:00 ໂມງ (ເຄິ່ງມື້) / 9:30 ໂມງ (ເຕັມມື້)
ເວລາສິ້ນສຸດ ຣີເວີຣ໌ໄຊດ໌ ບູຕິກ ຣີສອດ ເວລາ 13:00 ໂມງ ຫຼື 17:00 ໂມງ (ເຄິ່ງມື້) / 17:00 ໂມງ (ເຕັມມື້)
ໄລຍະເວລາທັງໝົດ ເຄິ່ງມື້ ຫຼື ເຕັມມື້
ລະດັບຄວາມລຳບາກໃນການພາຍເຮືອ ລະດັບ 1 - ງ່າຍ
ລະດັບຄວາມລຳບາກໃນການຍ່າງຊົມຖ້ຳ ລະດັບ 2 - ງ່າຍ
ກິດຈະກຳ ພາຍເຮືອຄາຢັກ, ຍ່າງຊົມຖ້ຳ
ບໍລິການຮັບສົ່ງດ້ວຍ ລົດສອງແຖວ, ເຮືອຄາຢັກ
ສິ່ງທີ່ຄວນກະກຽມ ໝວກ, ຄຣີມກັນແດດ, ເຄື່ອງນຸ່ງ / ເກີບພ້ອມປຽກນ້ຳ, ຢາກັນຍຸງ, ເຄື່ອງສຳລັບອາບນ້ຳ
ສິ່ງທີ່ລວມຢູ່ ນ້ຳດື່ມ, ເຈົ້າໜ້າທີ່ນຳທ່ຽວທີ່ສື່ສານພາສາອັງກິດໄດ້, ບໍລິການຮັບສົ່ງ (+ ອາຫານສຳລັບການເດີນທາງແບບເຕັມມື້ເທົ່ານັ້ນ)

ຕາຕະລາງລາຄາ

ໄລຍະເວລາ ລາຄາຕໍ່ບຸກຄົນ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມກັບພາຫະນະ ຄ່າທໍານຽມເພີ່ມສ່ວນຕົວສໍາລັບກຸ່ມ, ພ້ອມລົດຕູ້
1234
ປະສົບການວັງວຽງ ເຄິ່ງມື້ $73 $45 $33 $28 $32 -
ປະສົບການວັງວຽງ ເຕັມມື້ $85 $53 $45 $43 $48 -
ແບບຟອມການຈອງກິດຈະກຳ

ແບບຟອມການຈອງກິດຈະກຳ

ຄ່າບໍລິການການລ່ອງບອລລູນນີ້ຈະຖືກຮຽກເກັບພ້ອມກັບຄ່າທີ່ພັກຂອງເຈົ້າ ຊຶ່ງສາມາດເບິ່ງໄດ້ຕາມລາຍລະອຽດຂອງນະໂຍບາຍການຍົກເລີກດັ່ງຕໍ່ໄປນີ້:

  • ຈອງກ່ອນການເດີນທາງໜ້ອຍກວ່າ 15 ວັນ: ຈະຖືກຮຽກເກັບ 50% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 07 ວັນ: ຈະຖືກຮຽກເກັບ 80% ຂອງຄ່າເດີນທາງ
  • ຈອງກ່ອນການເດີນທາງໜ້ອຍກວ່າ 03 ວັນ ຫຼື ບໍ່ປະກົດຕົວ: ຈະຖືກຮຽກເກັບ 100% ຂອງຄ່າເດີນທາງ