ຫ້ອງພັກກລາສິກ
ຫ້ອງກລາສິກຈໍານວນສີ່ (4) ຫ້ອງ (ຂະໜາດໂດຍ ປະມານ: 32 ຕາລາງແມັດ) ເປັນຫ້ອງທີ່ງຽບທີ່ສຸດຂອງຣີສອດ ໂດຍມີບັນດາລະບຽງສ່ວນຕົວທີ່ມອງເຫັນເດີ່ນຂະໜາດນ້ອຍ.
ຫ້ອງດີລັກສ ມີການອອກແບບຢ່າງຫຼູຫຼາ ແລະ ໄດ້ມີການຕົກເເຕ່ງດ້ວຍເຟີນີເຈີໄມ້, ແຜ່ນເເພແລະ ຜ້າ ແລະ ເຄື່ອງປະດິດຕ່າງໆຈາກກຸ່ມຊົ່ນເຜົ່າໄທລື້.
ນະໂຍບາຍການເຂົ້າພັກ: ອະນຸຍາດໃຫ້ມີຜູ້ໃຫຍ່ສູງສຸດ 2 ຄົນ ຕໍ່ ຫ້ອງ ຊຶ່ງພັກໃນບັນດາຕຽງທີ່ມີໃນຫ້ອງນັ້ນ. ຖ້າຫາກວ່າຜູ້ໃຫຍ່ຄົນທີ່ສາມເຂົ້າພັກໃນຫ້ອງ, ຈະຕ້ອງມີການນໍາໃຊ້ຕຽງເສີມ ແລະ ຈະຕ້ອງມີການຄິດຄ່າເພີ່ມ.
ນະໂຍບາຍສຳລັບເດັກນ້ອຍ: ອະນຸຍາດສູງສຸດໃຫ້ເດັກນ້ອຍສອງຄົນທີ່ມີອາຍຸສິບສອງ (12) ປີ ສາມາດພັກອາໄສ ໂດຍບໍ່ເສຍຄ່າ ຖ້າຫາກວ່າບັນດາເດັກນ້ອຍນອນໃນຫ້ອງພັກຂອງບັນດາພໍ່ແມ່ ຫຼື ໃນຫ້ອງພັກຂອງຜູ້ປົກຄອງ ແລະ ນໍາໃຊ້ຕຽງນອນທີ່ມີຢູ່ (ຫຼື ເປເດັກນ້ອຍ ອີງຕາມການມີຢູ່). ບັນດາເດັກນ້ອຍທີ່ມີອາຍຸ 12 ປີ ຂຶ້ນໄປ ຈະຖືວ່າຕ້ອງ ຈ່າຍຄືຜູ້ໃຫຍ່.
ກະລຸນາຮັບຮູ້ວ່າ ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ ມີການບັງຄັບໃຊ້ນະໂຍບາຍປອດຢາສູບ ແລະ ນະໂຍບາຍ ບໍ່ນໍາສັດລ້ຽງເຂົ້າຫ້ອງພັກ.
ໃນຫ້ອງກລາສິກແຕ່ລະຫ້ອງ, ບັນດາລູກຄ້າຈະພົບເຫັນສິ່ງດັ່ງຕໍ່ໄປນີ້:
- ຫ້ອງນອນທີ່ມີຕຽງນອນຂະໜາດກະສັດ (king-size bed) ຫຼື ຕຽງຄູ່, ອີງຕາມຫ້ອງ
- ຫ້ອງນໍ້າສ່ວນຕົວທີ່ມີຟັກບົວເທິງອ່າງອາບນໍ້າ
- ເຄື່ອງເປົາຜົມ ແລະ ເສື້ອອາບນໍ້າ
- ສະບູ ແລະ ນໍ້າຢາສະຜົມ ທີ່ຜະລິດໂດຍ “les Artisans Lao” ທີ່ຜະລິດ ຈາກພືດທໍາມະຊາດທີ່ມີໃນເຂດພື້ນທີ່ອາກາດຮ້ອນ
- ມິນິບາ
- ອຸປະກອນຊົງນໍ້າຊາ ແລະ ກາເຟ
- ຕູ້ນິລະໄພສ່ວນຕົວ
- ໂທລະສັບສາຍຕົງທັງໂທພາຍໃນ ແລະ ໂທໄປຕ່າງປະເທດ
- ລະບົບໄວໄຟຟຣີ
- ເຄເບີນ ທີວີ
- ເຄື່ອງປັບອາກາດທີ່ສາມາດຄວບຄຸມໄດ້ແບບສ່ວນຕົວ