ຫ້ອງພັກ ແລະ ຫ້ອງຊຸດ

Riverside Boutique Resort ໃຫ້ບໍລິການຫ້ອງຊຸດແຄມແມ່ນນ້ຳ 2 ຫ້ອງ ແລະ ຫ້ອງພັກຂະໜາດກວ້າງ 32 ຫ້ອງທີ່ຕັ້ງຢູ່ເທິງ 2 ຊັ້ນ, ທຸກຫ້ອງຕັ້ງຢູ່ໃນສວນສີຂຽວອັນສວຍສົດງົດງາມ ຫ່າງຈາກແຄມແມ່ນ້ຳຊ່ອງບໍ່ພໍທໍ່ໃດກ້າວ. ໂດຍໄດ້ຮັບແຮງບັນດານໃຈຈາກຊ່າງຫັດຖະກໍາຂອງຊົນເຜົ່າຕ່າງໆຂອງລາວ, ຣີສອດແຫ່ງນີ້ປະສົມປະສານກັບສະເໜ່ແບບຊົນນະບົດ ແລະ ລັກສະນະຂອງດິນແດນໃນອະດີດດ້ວຍຄວາມຄິດ ແລະ ການບໍລິການທີ່ຮອງຮັບຄວາມສະດວກສະບາຍທີ່ທັນສະໄໝໃຫ້ແກ່ແຂກຄົນທີ່ເຂົ້າມາພັກ.

ກວດສອບຫ້ອງວ່າງ

ນະໂຍບາຍຂອງພວກເຮົາ

ຂໍ້ມູນທີ່ຈໍາເປັນທີ່ຈະຕ້ອງອ່ານກ່ອນການເຂົ້າມາພັກຂອງທ່ານ

 

ນະໂຍບາຍການເຂົ້າພັກ:

  • ອະນຸຍາດໃຫ້ຜູ້ໃຫຍ່ເຂົ້າພັກໄດ້ສູງສຸດ 2 ຄົນຕໍ່ຫ້ອງໂດຍໃຊ້ເຄື່ອງບ່ອນນອນທີ່ມີຢູ່ແລ້ວ.
  • ຖ້າມີຜູ້ໃຫຍ່ຄົນທີສາມເຂົ້າພັກໃນຫ້ອງ ຈະຕ້ອງໄດ້ເພີ່ມຕຽງ ແລະ ຄິດຄ່າບໍລິການເພີ່ມເຕີມ.

ນະໂຍບາຍກ່ຽວກັບເດັກ:

  • ເດັກອາຍຸບໍ່ເກີນ 4 ປີ ຈໍານວນ 01 ຄົນ ສາມາດເຂົ້າພັກໄດ້ຟຣີເມື່ອໃຊ້ຕຽງ ຫຼື ຕຽງເດັກນ້ອຍທີ່ມີຢູ່ແລ້ວ.
  • ເດັກອາຍຸລະຫວ່າງ 5-11 ປີ ຈໍານວນ 01 ຄົນ ຈະຖືກຄິດຄ່າອາຫານເຊົ້າເມື່ອໃຊ້ເຄື່ອງນອນທີ່ມີຢູ່ແລ້ວ.
  • ເດັກນ້ອຍທີ່ມີອາຍຸ 12 ປີຂຶ້ນໄປ ຖືວ່າເປັນຜູ້ໃຫຍ່ ແລະຕ້ອງໃຊ້ຕຽງເສີມ.

ການແຈ້ງເຂົ້າ / ການແຈ້ງອອກ: 

  • ເວລາແຈ້ງເຂົ້າແມ່ນລະຫວ່າງ 14:00 ໂມງ ຫຼື ໄວກວ່ານັ້ນ ຂຶ້ນກັບຄວາມພ້ອມໃຫ້ບໍລິການ ແລະ 20:00 ໂມງ.
  • ເວລາແຈ້ງອອກແມ່ນ 12:00 ໂມງ (ຕອນທ່ຽງ) ຫຼື ໄວກວ່ານັ້ນ.
  • ການຂະຫຍາຍການແຈ້ງອອກແມ່ນຂຶ້ນກັບຄວາມພ້ອມໃນການໃຫ້ບໍລິການ ແລະ ຄ່າບໍລິການມີດັ່ງນີ້:
    # ແຈ້ງອອກຮອດ: 16:00 ໂມງ – 30% ຂອງລາຄາປົກກະຕິ.
    # ແຈ້ງອອກຫຼັງ: 16:00 ໂມງ – 100% ຂອງລາຄາປົກກະຕິ.

ຂໍ້ຄວນເອົາໃຈໃສ່: Riverside Boutique Resort ມີນະໂຍບາຍຫ້າມສູບຢາ ແລະ ຫ້າມບໍ່ໃຫ້ນໍາສັດລ້ຽງເຂົ້າມາໃນຫ້ອງພັກ.

ອ່ານນະໂຍບາຍສະບັບເຕັມ