ຮ້ານເຄື່ອງທີ່ລະນຶກ
ຮ້ານເຄື່ອງທີ່ລະນຶກ ຣີສອດ ບູຕິກ ລີເວີຊາຍ Ethnik Boutik ບໍ່ໄດ້ເນັ້ນໃສ່ຜະລິດຕະພັນ ຫຼື ຫັດຖະກໍາໃດໜຶ່ງສະເພາະ ແຕ່ນໍາສະເໜີຫຼາກຫຼາຍຜະລິດຕະພັນຂອງປະເທດລາວ, ໂດຍເນັ້ນໃສ່ຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ເນັ້ນການອອກແບບທີ່ເປັນທີ່ຕ້ອງການຂອງບັນດານັກທ່ອງທ່ຽວຕ່າງປະເທດ.
ມີໃຫ້ເລືອກສິນຄ້າດັ່ງຕໍ່ໄປນີ້, ແຕ່ໃນຈໍານວນບໍ່ຫຼາຍ:
- ປຶ້ມ
- ໝອນທີ່ເປັນຝີມືຂອງກຸ່ມຊົນເຜົ່າ
- ກະເປົາ
- ຜ້າພັນຄໍ
- ຜ້າປະດັບຝາຜະໜັງ
- ເຄື່ອງປະດັບເງິນ
- ງານສິລະປະ ແລະ ຮູບພາບຖ່າຍ
ສິນຄ້າທັງໝົດໄດ້ຜະລິດຢູ່ປະເທດລາວ ໂດຍບັນດາຈິດຕະກອນ ແລະ ຊ່າງຝີມືທ້ອງຖິ່ນຂອງປະເທດລາວ.