ຫ້ອງພັກ
ໂຮງແຮມ ລີເວີຊາຍ ບູຕິກ ຣີສອດ ໃຫ້ບໍລິການຫ້ອງສະວີທ໌ ແບບລີເວີຊາຍ ຈໍານວນສອງ (2) ຫ້ອງ, ຫ້ອງດີລັກສ໌ ຈໍານວນຊາວແປດ (28) ຫ້ອງ ພ້ອມດ້ວຍສະລອຍນໍ້າ, ທີ່ມີທິດທັດແມ່ນໍ້າ ແລະ/ຫຼື ພູເຂົາ, ແລະ ຫ້ອງຄລາສສິກ ຈໍານວນສີ່ (4) ຫ້ອງທີ່ມີວີວສວນ. ທຸກໆຫ້ອງມີລະບຽງຂະໜາດໃຫຍ່ ແລະ ບັນດາສິ່ງອໍານວຍຄວາມສະດວກທີ່ ທັນສະໄໝ, ມີການເຂົ້າເຖິງອິນເຕີເນັດໄຮ້ສາຍ (ໄວໄຟ) ຟຣີ.
ນະໂຍບາຍການເຂົ້າພັກ: ອະນຸຍາດໃຫ້ມີຜູ້ໃຫຍ່ສູງສຸດ 2 ຄົນ ຕໍ່ ຫ້ອງສະວີທ໌ ຫຼື ຫ້ອງພັກ ຕາມຈໍານວນຕຽງ ທີ່ຈັດສັນໄວ້ເເລ້ວ. ຖ້າຫາກວ່າຜູ້ໃຫຍ່ຄົນທີ່ສາມເຂົ້າພັກໃນຫ້ອງສະວີທ໌ ຫຼື ຫ້ອງພັກ, ຈະຕ້ອງມີການນໍາໃຊ້ຕຽງເສີມ ແລະ ຈະຕ້ອງມີການຄິດຄ່າໃຊ້ຈ່າຍເພີ່ມ.
ນະໂຍບາຍສຳລັບເດັກນ້ອຍ:
- ເດັກນ້ອຍທີ່ມີອາຍຸ 4 ປີ ລົງມາສາມາດເຂົ້າພັກໄດ້ໂດຍບໍ່ເສຍຄ່າ ເມື່ອນໍາໃຊ້ຕຽງນອນທີ່ມີຢູ່ໃນຫ້ອງ ຫຼື ເປ ເດັກນ້ອຍ.
- ສໍາລັບເດັກນ້ອຍທີ່ມີອາຍຸລະຫວ່າງ 5 ເຖິງ 11 ປີ ຈະມີການຄິດໄລ່ຄ່າຫ້ອງ ເຈັດ (7) ໂດລາ ເມື່ອນໍາໃຊ້ຕຽງນອນທີ່ມີຢູ່ໃນຫ້ອງພັກ.
- ເດັກນ້ອຍທີ່ມີອາຍຸ 12 ປີ ຂຶ້ນໄປ ຈະຖືວ່າເປັນຜູ້ໃຫຍ່ ແລະ ຕ້ອງນໍາໃຊ້ຕຽງນອນເສີມ.
ກະລຸນາຮັບຮູ້ວ່າ ໂຮງແຮມ ຣີສອດ ບູຕິກ ລີເວີຊາຍ ມີການບັງຄັບໃຊ້ນະໂຍບາຍປອດຢາສູບ ແລະ ນະໂຍບາຍ ບໍ່ນໍາສັດລ້ຽງເຂົ້າຫ້ອງພັກ.
-
ຫ້ອງສະວີທ໌ລີເວີຊາຍ
- ຕຽງນອນ: ຕຽງຂະໜາດກະສັດ
- ອັດຕາການເຂົ້າພັກສູງສຸດ: 3
- ຂະໜາດ: 64 ຕາແມັດ
- ທິວທັດ: ອ້ອມຮອບລະບຽງ ທີ່ສາມາດເເນມເຫັນແມ່ນໍ້າຊອງ, ພູເຂົາວັງວຽງ ແລະ ສະລອຍນໍ້າ
-
ຫ້ອງດີລັກສ໌
- ຕຽງນອນ: ຕຽງຂະໜາດກະສັດ, ຕຽງຄູ່ແຝດ
- ອັດຕາການເຂົ້າພັກສູງສຸດ: 3
- ຂະໜາດ: 32 ຕາລາງແມັດ
- ທິວທັດ: ທິວທັດ: ລະບຽງ ທີ່ ສາມາດເເນມເຫັນແມ່ນໍ້າ, ພູເຂົາ ແລະ/ຫຼື ສະລອຍນໍ້າ
-
ຫ້ອງພັກກລາສິກ
- ຕຽງນອນ: ຕຽງຂະໜາດກະສັດ, ຕຽງຄູ່ແຝດ
- ອັດຕາການເຂົ້າພັກສູງສຸດ: 3
- ຂະໜາດ: 32 ຕາລາງແມັດ
- ທິວທັດ: ວີວທິວທັດ: ລະບຽງທີ່ສາມາດເເນມເຫັນເດີ່ນຫຍ້າຂະໜາດນ້ອຍ