ສະລອຍນໍ້າ
ພື້ນທີ່ສະລອຍນໍ້າພ້ອມກັບວີວມູມກວ້າງ ເເນມເຫັນພູເຂົາ ຊຶ່ງເປັນສະຖານທີ່ເໝາະສົມສໍາລັບການຜ່ອນຄາຍຫຼັງຈາກອາທິດວຽກງານໜັກ, ການເດີນທາງ ຫຼື ວັນກິດຈະກໍາຕ່າງໆທີ່ຈັດກາງແຈ້ງ. ມີຄັອກເທລ ແລະ ທາປາສ໌ ທີ່ສາມາດເສີບເຖິງບ່ອນອາບແດດຂອງທ່ານ ຕາມຄໍາຂໍ.
ເພື່ອຜົນປະໂຫຍດຂອງທຸກທ່ານ, ບັນດາຜູ້ຢ້ຽມຢາມຈະຖືກຂໍຮ້ອງໃຫ້ປະຕິບັດລະບຽບສະລອຍນໍ້າຂອງພວກເຮົາ. ໂດຍສະເພາະ, ບັນດາຜູ້ຢ້ຽມຢາມຄວນຮັັບຮູ້ວ່າ:
- ສະລອຍນໍ້າສະຫງວນໄວ້ແຕ່ໃຫ້ບັນດາແຂກຂອງຣີສອດເທົ່ານັ້ນ ແລະ ເເຂກທຸກທ່ານຕ້ອງຮັບປະກັນຄວາມສ່ຽງດ້ວຍຕົນເອງ ເນື່ອງຈາກວ່າບໍ່ມີເຈົ້າໜ້າທີ່ຮັກສາຄວາມປອດໄພປະຈໍາການໃນບໍລິເວນດັ່ງກ່າວ.
- ຕ້ອງໃສ່ຊຸດລອຍນໍ້າທີ່ເໝາະສົມ ເພື່ອລົງໄປໃນນໍ້າ. ເພື່ອຮັກສາ ສຸຂະອານາໄມ, ບໍ່ໃຫ້ໃສ່ເສື້ອຢືດ ແລະ ເສື້ອແຂນຍາວ.
- ຫ້າມດໍານໍ້າ ເນື່ອງຈາກວ່ານໍ້າຕື້ນ.
- ເດັກນ້ອຍທີ່ມີອາຍຸຕໍ່າກວ່າເຈັດ (7) ປີ ຕ້ອງມີຜູ້ໃຫຍ່ ເບິ່ງເເຍງຕະຫຼອດເວລາຂອງການນໍາໃຊ້ ສະລອຍນໍ້າ.
ຊົ່ວໂມງໃຫ້ບໍລິການສະລອຍນໍ້າ: |
|
ສະລອຍນໍ້າ: |
7 ໂມງ ຕອນເຊົ້າ ຫາ 7 ໂມງ ຕອນແລງ |
ຄັອກເທນ & ທາປາສ໌: |
11 ໂມງ ຕອນເຊົ້າ ຫາ 6 ໂມງ ຕອນແລງ |