ການບໍລິການລົດຮັບສົ່ງ
ການເດີນທາງໃຊ້ເວລາສາມຫາຫ້າຊົ່ວໂມງເພື່ອໄປເຖິງວັງວຽງດ້ວຍລົດເມ ຫຼື ລົດໃຫຍ່ຕັ້ງແຕ່ຫຼວງພະບາງ (185 ກມ) ແລະ ສາມຊົ່ວໂມງດ້ວຍ “ທາງປູໃໝ່”, 230 ກມ ແລະ ຫ້າຊົ່ວໂມງດ້ວຍ “ທາງເກົ່າ”), ແລະ ປະມານສາມຊົ່ວໂມງມາຈາກນະຄອນຫຼວງວຽງຈັນ (160 ກມ). ຣີສອດ ບູຕິກ ລີເວີຊາຍ ຕັ້ງຢູ່ທາງຕອນໃຕ້ ແລະ ໃນເຂດທີ່ງຽບຂອງຕົວເມືອງ, ຖັດໄປຈາກຂົວໄມ້ຂະໜາດນ້ອຍທີ່ເຊື່ອມສອງຝັ່ງຂອງແມ່ນໍ້າຊອງ. ດາວໂຫຼດ ແລະ ພິມແຜນທີ່ສໍາລັບທິດທາງ.
ການບອກເສັ້້ນທາງມາຈາກນະຄອນຫຼວງວຽງຈັນ
- ໃຊ້ເສັ້ນທາງເລກທີ 13 ໄປໃນທິດທາງໄປຫຼວງພະບາງ ແລະ ຂັບລົດປະມານ 160 ກິໂລແມັດ.
- “ຍິນດີຕ້ອນຮັບສູ່ວັງວຽງ” ທີ່ເປັນທາງເຂົ້າວັງວຽງ, ແລະ ລ້ຽວຊ້າຍຢ່າງທັນທີ່ກ່ອນປໍ້ານໍ້າມັນ.
- ເພື່ອໄປຮອດທາງທີ່ແລ່ນຕາມແມ່ນໍ້າຊອງ.
- ຂັບລົດຜ່ານໂຮງແຮມທະວີສຸກທີ່ທ່ານຈະເຫັນຢູ່ເບື້ອງຊ້າຍ, ແລະ ລ້ຽວຊ້າຍຕາມທາງນ້ອຍທີ່ນໍາໄປຮອດຂົວໄມ້ທີ່ຂ້າມແມ່ນໍ້າຊອງ.
- ບູຕິກ ລີເວີຊາຍ ຢູ່ເບື້ອງຂວາມືຂອງທ່ານ ກ່ອນຊິຮອດຂົວ.
ການບອກເສັ້້ນທາງມາຈາກຫຼວງພະບາງ
- ມີສອງວິທີໃນການເດີນທາງຈາກຫຼວງພະບາງໄປຮອດວັງວຽງ. “ທາງເກົ່າ” ແລະ “ທາງປູໃໝ່”. “ທາງປູໃໝ່” ເປັນເສັ້ນທາງລັດ ແຕ່ບາງຄັ້ງມີດິນເຈື່ອນ ຊຶ່ງເຮັດໃຫ້ບໍ່ສາມາດໃຊ້ທາງນີ້ໃນລະດູຝົນ.
- “ທາງເກົ່າ” ແມ່ນຖະໜົນເລກທີ 13 ໄປຮອດວັງວຽງ.
- ຖ້າວ່າຂັບຕາມ “ທາງໃໝ່” ແມ່ນເລີ່ມຈາກຖະໜົນເລກທີ 13 ໄປຮອດວຽງຈັນ. ຕອນທ່ານຮອດເມືອງຊຽງເງິນ, ປະມານ 24 ກິໂລແມັດຈາກຫຼວງພະບາງ, ກະລຸນາລ້ຽວຂວາ ເພື່ອໃຊ້ເສັ້ນທາງເລກທີ 4. ຖະໜົນທີ່ງາມເສັ້ນນີ້ທີ່ຍາວ 107 ກິໂລແມັດເຊື່ອມຕໍ່ກັບໄປຫາຖະໜົນ ເລກທີ 13 ຢູ່ເມືອງກາສີ.
- ວັງວຽງຢູ່ຫ່າງຈາກເມືອງກາສີປະມານ 57 ກິໂລແມັດ ໂດຍຜ່ານໃຈກາງຫຼັກຂອງວັງວຽງ ບ່ອນທີ່ທ່ານຈະເຫັນຕະຫຼາດ ແລະ ສະຖານີລົດເມ.
- ຢູ່ທີ່ວົງວຽນ, ກາຍຈຸດສູນກາງຂອງວັງວຽງ, ກະລຸນາລ້ຽວຂວາ ແລະ ຂັບຜ່ານວັດສອງແຫ່ງ ຊຶ່ງເປັນບັນດາວັດທີ່ທ່ານຈະເຫັນຢູ່ເບື້ອງຂວາມື.
- ຫຼັງຈາກນັ້ນໃຊ້ທາງທີ່ສອງຢູ່ເບື້ອງຂວາ ເພື່ອຮອດທາງທີ່ແລ່ນຕາມແມ່ນໍ້າຊອງ.
- ຂັບຜ່ານບັນດາໂຮງແຮມທີ່ທ່ານຈະເຫັນຢູ່ເບື້ອງຂວາມື: ໂຮງແຮມວັນຊະນະ, ບ້ານສະບາຍບັງກະໂລ, ໂຮງແຮມອີ່ລີ່ຟັງກໍສິ້ງ, ຣີສອດຖາວອນສຸກ ແລະ ວິລານໍ້າຊອງ.
- ຫຼັງຈາກນັ້ນ, ກະລຸນາລ້ຽວຂວາຕາມທາງນ້ອຍທີ່ນໍາໄປສູ່ຂົວໄມ້ທີ່ຂ້າມແມ່ນໍ້າຊອງ.
- ຣີສອດ ບູຕິກ ລີເວີຊາຍ ຢູ່ເບື້ອງຂວາມື ກ່ອນຈະຮອດຂົວ.
ຣີສອດ ບູຕິກ ລີເວີຊາຍ ສາມາດຈັດບໍລິການຮັບສົ່ງໄປຫາ ແລະ ກັບຕັ້ງແຕ່ ຣີສອດ ໄດ້ຕາມການຮ້ອງຂໍ ຖ້າຫາກວ່າການຮ້ອງຂໍການກະກຽມການຮັບສົ່ງນັ້ນໄດ້ຮັບການຢືນຢັນລ່ວງໜ້າພາຍໃນ 48 ຊົ່ວໂມງ (ກະລຸນາເບິ່ງຕາຕະລາງລຸ່ມນີ້ ເພື່ອເບິ່ງອັດຕາ). ບັນດາແຂກຂອງຣີສອດສາມາດເຊົ່າລົດໂດຍກົງຈາກບໍລິສັດເຊົ່າລົດ AVIS ເພື່ອໄປເຖິງຣີສອດນີ້, ຊຶ່ງໃນກໍລະນີນີ້ ພວກເຂົາຈະໄດ້ຮັບສ່ວນຫຼຸດ 15% ຈາກອັດຕາຄ່າບໍລິການສາທາລະນະຂອງບໍລິສັດ AVIS ໂດຍອ້າງອີງເຖິງການຈອງຣີສອດຂອງບັນດາແຂກ.
ການເດີນທາງ |
ພາຫະນະ |
ໄລຍະທາງ |
ໄລຍະເວລາ |
ລາຄາການຮັບສົ່ງໄປທາງດຽວ, ລວມທັງຄ່າອາກອນ ແລະ ຄ່າບໍລິການ |
ນະຄອນຫຼວງວຽງຈັນ ໄປຮອດ/ກັບຕັ້ງແຕ່ ຣີສອດ ບູຕິກ ລີເວີຊາຍ | ລົດໃຫຍ່ 4WD (ສູງສຸດ 4 ທ່ານ) | 160 ກມ (100 ໄມລ໌) | 3 ຊົ່ວໂມງ | 145 ໂດລາສະຫະລັດຕໍ່ຄັນ |
ລົດເມຂະໜາດນ້ອຍ (ສູງສຸດ 10 ທ່ານ) | ||||
ຫຼວງພະບາງ ໄປຮອດ/ກັບຕັ້ງແຕ່ ຣີສອດ ບູຕິກ ລີເວີຊາຍ | ລົດໃຫຍ່ 4WD (ສູງສຸດ 4 ທ່ານ) | 230 ກມ (145 ໄມລ໌) | 3 ຫາ 5 ຊົ່ວໂມງ | 270 ໂດລາສະຫະລັດຕໍ່ຄັນ |
ລົດເມຂະໜາດນ້ອຍ (ສູງສຸດ 10 ທ່ານ) |
ກະລຸນາບັນທຶກ ແລະ ຮັບຮູ້ວ່າ:
- ລົດຮັບຕັ້ງແຕ່ນະຄອນຫຼວງວຽງຈັນໄປຮອດວັງວຽງເລີ່ມຕັ້ງແຕ່ 8 ໂມງ 00 ຕອນເຊົ້າ ຮອດ ຕອນສວາຍ
- ລົດຮັບຕັ້ງແຕ່ວັງວຽງໄປຮອດນະຄອນຫຼວງວຽງຈັນເລີ່ມຕັ້ງແຕ່ 10 ໂມງ 00 ຕອນເຊົ້າ ຮອດ 2 ໂມງ 00 ຕອນບ່າຍ
- ລົດຮັບຕັ້ງແຕ່ຫຼວງພະບາງໄປຮອດວັງວຽງເລີ່ມຕັ້ງແຕ່ 8 ໂມງ 00 ຕອນເຊົ້າ ຮອດ 11 ໂມງ 00 ຕອນເຊົ້າ
- ລົດຮັບຕັ້ງແຕ່ວັງວຽງຮອດຫຼວງພະບາງເລີ່ມຕັ້ງແຕ່ 11ໂມງ 00 ຕອນເຊົ້າ ຮອດ 1 ໂມງ 00 ຕອນບ່າຍ.
ມີຄ່າໃຊ້ຈ່າຍເພີ່ມເຕີມສໍາລັບການຮັບກ່ອນເວລາກໍານົດ ຫຼື ການຮັບພາຍຫຼັງເວລາກໍານົດ, ອີງຕາມການຕົກລົງລ່ວງໜ້າກັບຣີສອດ: ການຮັບສົ່ງຄວນດໍາເນີນພາຍໃນເວລາກາງວັນຮັບປະກັນຄວາມປອດໄພ.
ມີຄ່າໃຊ້ຈ່າຍບວກເພີ່ມເຕີມ 25 ໂດລາສະຫະລັດຕໍ່ຄັນສໍາລັບການຮັບສົ່ງໃນຊ່ວງເວລາວັນພັກລັດຖະການຂອງປະເທດລາວ.