ການຈອງ
###
ຮັບສ່ວນຫຼຸດສູງສຸດ 12 % – ກະລຸນາປ້ອນລະຫັດໂປໂມຊັ່ນ: BookDirect
ຖ້າທ່ານເປັນຄົນລາວ ຫຼື ຜູ້ອາໄສຢູ່ປະເທດລາວ – ກະລຸນາປ້ອນລະຫັດໂປໂມຊັ່ນ: ResRate
ລີເວີຊາຍ ຮັບປະກັນວ່າອັດຕາທີ່ມີຢູ່ເວັບໄຊຂອງພວກເຮົາເປັນອັດຕາດີທີ່ສຸດທີ່ສາມາດຊອກພົບໄດ້ຢູ່ອິນເຕີເນັດ! ຖ້າທ່ານສາມາດພົບອັດຕາອອນໄລນ໌ທີ່ຕໍ່າກວ່າພ້ອມກັບບັນດາເງື່ອນໄຂການຈອງທີ່ປຽບທຽບໄດ້ພາຍໃນ 24 ຊົ່ວໂມງພາຍຫຼັງຈາກການຈອງຜ່ານເວັບໄຊຂອງພວກເຮົາ, ພວກເຮົາຈະໃຫ້ອັດຕາທີ່ຕໍ່າກວ່າ ແລະ ໃຫ້ສ່ວນຫຼຸດເພີ່ມເຕີມອີກ 10 %.
ບັນດາເງື່ອນໄຂການຈອງທີ່ປຽບທຽບໄດ້ໝາຍເຖິງ:
- ວັນທີມາເຖິງ ແລະ ວັນທີອອກເດີນທາງທີ່ຄືກັນ.
- ປະເພດຫ້ອງພັກທີ່ຄືກັນ.
- ຜົນປະໂຫຍດທີ່ຄືກັນທີ່ລວມໃນອັດຕາຄ່າຫ້ອງພັກ: ອາກອນ, ອາຫານເຊົ້າ, ບໍລິການອື່ນໆ ທີ່ລວມໃນອັດຕາຄ່າຫ້ອງພັກ.
- ນະໂຍບາຍການຊໍາລະເງິນ, ການຊໍາລະເງິນລ່ວງໜ້າ ແລະ ການຍົກເລີກທີ່ຄືກັນ.
ການຮັບປະກັນລາຄາທີ່ດີທີ່ສຸດຂອງພວກເຮົາບໍ່ສາມາດນໍາໃຊ້ກັບ:
- ລະບົບທີ່ສະໜອງແຕ່ລາຍການລາຄາເທົ່ານັ້ນ ໂດຍບໍ່ສາມາດດຳເນີນການຈອງອອນໄລນ໌ໄດ້.
- ເວັບໄຊຕ່າງໆທີ່ສະເໜີ ຫຼື ສ້າງລາຍການລາຄາ ທີ່ບໍ່ເປັນສາທາລະນະ ເຊັ່ນ ອັດຕາສໍາລັບບໍລິສັດ, ອັດຕາສໍາລັບກຸ່ມ ຫຼື ອັດຕາທີ່ເຈລະຈາກັບອົງການຕ່າງໆ.
ຖ້າວ່າທ່ານໄດ້ຮັບຂໍ້ສະເໜີທີ່ດີກວ່າສໍາລັບການຈອງຂອງ ທ່ານ ຈາກເເຫຼ່ງຂໍ້ມູນໃດກໍຕາມ ທາງອິນເຕີເນັດ ແລະ ສາມາດນໍາໃຊ້ການຮັບປະກັນອັດຕາທີ່ດີທີ່ສຸດ, ກະລຸນາ ແຈ້ງລາຍລະອຽດຕ່າງໆໃຫ້ພວກເຮົາທາງອິເມວພາຍໃນ 24 ຊົ່ວໂມງ ພາຍຫຼັງການຈອງຂອງທ່ານ, ແຕ່ ກ່ອນການເດີນທາງມາເຖິງ , ແລະ ພວກເຮົາຈະກວດຄໍາຮຽກຮ້ອງຂອງທ່ານ.